ສຸມໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສະພາບຝົນຕົກ,ນ້ຳຖ້ວມຢູ່ບັນດາທ້ອງຖິ່ນ

(VOVWORLD) -ວັນທີ 03 ກັນຍາ, ສູນກາງສະພາກາແດງຫວຽດນາມ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 02 – 03 ກັນຍາ, ຄະນະປະຕິບັດງານຂອງສູນກາງສະພາກາແດງຫວຽດນາມ ໂດຍທ່ານຮອງປະທານ ເຈີ່ນກວັກຮຸ່ງ ເປັນຫົວໜ້າຄະນະ, ໄດ້ລົງຢື້ຢາມຖາມຂ່າວໂດຍກົງ ແລະ ໜູນຊ່ວຍພໍ່ແມ່ປະຊາຊົນຢູ່ເຂດຖືກນ້ຳຖ້ວມເມືອງ ກວາງຮວາ, ແຂວງແທງຮວາ ຢ່າງຮີບດ່ວນ.

ຄະນະໄດ້ມອບວັດຖຸສິງຂອງໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນລວມມີ, ເຄື່ອງກັ່ນຕອງນ້ຳ, ເຄື່ອງມືອຸປະກອນສ້ອມແປງເຮືອນ, ເງິນສົດ… ລວມມູນຄ່າກວ່າ 320 ລ້ານດົງ.

        ຢູ່ແຂວງເງະອານ, ຝົນຕົກ, ນ້ຳຖ້ວມໄດ້ເຮັດໃຫ້ປະຊາຊົນຢູ່ເມືອງ ກີເຊີນ 6 ຄົນເສຍຊີວິດ ແລະ ຫາຍສາບສູນ, ເຮືອນຊານນັບຮ້ອຍຫຼັງໃນບໍລິເວນບັນດາເມືອງເຂດພູດອຍຄື: ເຕືອງເຢືອງ, ກອນກົວງ ຖືກນ້ຳຖ້ວມ ແລະ ກະແສນ້ຳພັດໄປ, ເສັ້ນທາງໄປມາຖືກເຊາະເຈື່ອນ ແລະ ຖືກຕັດຂາດ. ກອງບັນຊາການທະຫານຊາຍແດນແຂວງເງະອານ ໄດ້ຈັດຕັ້ງບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ລະດົມກຳລັງບັນດາຄອບຄົວທີ່ມີຜູ້ປະສົບເຄາະຮ້າຍ, ສົມທົບກັບອຳນາດການປົກຄອງທ້ອງຖິ່ນທຳຄວາມສະອາດ… ພັນເອກ ເລຍືເກືອງ, ພະນັກງານທະຫານຊາຍແດນເງະອານ, ໃຫ້ຮູ້ວ່າ.

        “ປະຈຸບັນ, ບັນດາກົມກອງ ນອນໃນເສັ້ນຊາຍແດນຂອງແຂວງພວມສົມທົບກັບພໍ່ແມ່ປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງ, ພິເສດແມ່ນການທຳຄວາມສະອາດ, ກວດ ແລະ ປິ່ນປົວພະຍາດ, ສະໜອງຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ພໍ່ແມ່ປະຊາຊົນ. ບັນດາກົມກອງສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໜູນຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງພາຍຫຼັງເກີດນ້ຳຖ້ວມ. ພິເສດແມ່ນສ້ອມແປງເຮືອນຊານ, ທາງຄົມມະນາຄົມ, ໂຮງຮຽນ ເພື່ອສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນມີຂອງກິນ, ຍ້ອນປະຈຸບັນມີຫຼາຍເຂດພວມຖືກຕັດຂາດ.”

        ສ່ວນຢູ່ແຂວງເຊີນລາ, ສະພາບຝົນຕົກແກ່ຍາວ ໄດ້ເຮັດໃຫ້ຫຼາຍເສັ້ນທາງຖືກເຊາະເຈື່ອນຢ່າງຮ້າຍແຮງ. ເພື່ອຮັບປະກັນໃຫ້ແກ່ຄວາມປອດໄພທາງດ້ານຄົມມະນາຄົມ, ບັນດາຫົວໜ່ວຍຄຸ້ມຄອງເສັ້ນທາງໄດ້ລະດົມແຫຼ່ງຊັບພະຍາກອນສ້ອມແປງຊົ່ວຄາວ, ສ້າງທິດທາງແກ້ໄຂຢ່າງຍາວນານ. ສຳລັບບັນດາຄອບຄົວນອນໃນເຂດມີໄພເກີດສະພາບດິນເຊາະເຈື່ອນກໍ່ໄດ້ຍົກຍ້າຍໄປຢູ່ເຂດປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ