ສຸມໃສ່ແກ້ໄຂໜີ້ຄ້າງຈ່າຍສຳລັບການກໍ່ສ້າງພື້ນຖານໂຄງລ່າງໃນການກໍ່ສ້າງຊົນນະບົດໃໝ່

ສຸມໃສ່ແກ້ໄຂໜີ້ຄ້າງຈ່າຍສຳລັບການກໍ່ສ້າງພື້ນຖານໂຄງລ່າງໃນການກໍ່ສ້າງຊົນນະບົດໃໝ່ - ảnh 1
ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູລືວ ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) - ໂດ​ຍ​ປະ​ຕິ​ບັດ​ລາຍ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຂອງ​ສ​ະ​ພາ​ແຫ່ງ​ຊາດ​ປີ 2016, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ຕິດ​ຕາມກວດ​ກາ “ການ​ປະ​ຕິ​ບັດ​ໂຄງ​ການ​​ເປົ້າ​ໝາຍ​ແຫ່ງ​ຊາດກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ (ໄລ​ຍະ 2010 – 2015) ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງກ​ະ​ສິ​ກຳ​ຄືນ​ໃໝ່”. ຕອນ​ເຊົ້າ​ວັນ​ທີ 5/10, ຢູ່​ຮ່າ​ໂນ​້ຍ, ຄ​ະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ປະ​ກອບ​ຄຳ​ເຫັ​ນ​ກ່ຽວ​ກັບ​ບົດ​ລາຍ​ງານ​ໝາກ​ຜົນ​ແຫ່ງ​ການ​ຕິດ​ຕາມກວດ​ກາ​ຫົວ​ເລື່ອງ​ສະ​ເພາະ​ດັ່ງ​ກ່າວ. ​ທ່ານ ຫວູ​ຮົ່ງ​ແທງ, ຫົວໜ້າ​ຄະ​ນະ​ຕິດ​ຕາມກວດ​ກາ, ຫົວ​ໜ້າ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ: ຜ່ານ​ການ​ຕ​ິດ​ຕາມກວດ​ກາ, ​ສະ​ແດງ​ໃຫ​້​ເຫັນ​ວ່າໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່​ໄດ້​ຮັບ​ການ​ຜັ​ນ​ຂະ​ຫຍາຍ​ຢ່າງ​ກ້​ວາງ​ຂວາງ​ໃນ​ທົ່ວ​ປະ​ເທດ ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ສ​ຳ​ຄັນ. ໂສ້ມ​ໜ້າ​ເຂດ​ຊົນ​ນະ​ບົດ​ມີ​ການ​ປ່ຽນ​ແປງ, ພິ​ເສດ​ແມ່ນ​ລະ​ບົບ​ຄົມ​ມະ​ນາ​ຄົມ​ຊົນ​ນະ​ບົດ, ພື້ນ​ຖານ​ໂຄງ​ລ່າງ​ສັງ​ຄົມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ. ຄະ​ນະ​ຕິດ​ຕາມກວດ​ກາ​ສະ​ເໜີ​ລັດ​ຖະ​ບານ​ປັບ​ປຸງ, ປະ​ກາດ​ໃຊ້​ປະ​ມວນ​ມາດ​ຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ຊົນ​ນະ​ບົດ​ໃໝ່, ຮັບ​ປະ​ກັນ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ແຕ່​ລະ​ເຂດ, ພາກ.


ຂ່າວ/ບົດ​ອື່ນ