ສຸມໃສ່ແຫລ່ງກຳລັງສ້າງໂຄງປະກອບເສດຖະກິດຄືນໃຫມ່

ສຸມໃສ່ແຫລ່ງກຳລັງສ້າງໂຄງປະກອບເສດຖະກິດຄືນໃຫມ່ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 14
ພາບ:baodauthau

(vovworld)-ຕອນ​ບ່າຍ​ວັນ​ທີ 3/11, ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ ໄລ​ຍະ 2016 – 2020, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ໄດ້​ສະ​ເຫ​ນີ​ຕ້ອງ​ສຸມ​ໃສ່​ແຫລ່ງ​ກຳ​ລັງ​ໃຫ້​ແກ່​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖ​ະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຕາ​ມ​ທິດ​ໝັ້​ນ​ຄົງ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ. ເພື່ອ​ໃຫ້​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່​ໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ​ໃນ 5 ປີ​ຈະ​ມາ​ເຖິງ, ທ່ານ ຈູ​ເລ​ເຈົາ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ລາຍ​ເຈົາ ຖື​ວ່າ:

        “ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຄາດ​ຄະ​ເນຕໍ່​ການ​ຜັນ​ແປ​ຂອງ​ສະ​ພາບ​ການ​ຢູ່​ພາຍ​ໃນ​ປະ​ເທດ ແລະ​ໃນ​ໂລກ. ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ການ​ວາງ​ແຜນ​ກຳ​ນົດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຮ່ວມ​ສ​ຳ​ພັນ​ເຂດ, ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຂົງ​ເຂດ​ຕົ້ນ​ຕໍ, ຂະ​ແຫນງ​ອາ​ຊີບ, ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​ທີ່​ມີ​ທ່າ​ໄດ້​ປຽບ, ມີ​ກຳ​ລັງ​ແກ້ງ​ແຍ້ງ​ຢູ່​ພາຍ​ໃນ​ປະ​ເທດ, ພາກ​ພື້ນ ແລະ ໂລກ.”

ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແຫນງ​ກະ​ສິ​ກຳ​ຄືນ​ໃຫມ່, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຖື​ວ່າ ດ້ວຍ​ການ​ບໍ​ລິ​ຫານ​ຢ່າງ​ຂ້ຽວ​ຂາດ​ຂອງ​ລັດ​ຖະ​ບານ, ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ທ້ອງ​ຖິ່ນ, ຂະ​ແຫນງ​ກະ​ສິ​ກຳ​ຂອງ​ປະ​ເທ​ດ​ຊາດ​ໄດ້​ມີ​ການ​ຫັນ​ປ່ຽນ​ດີ​ພໍ​ສົມ​ຄວນ, ອົງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ​ມີ​ການ​ຫັນ​ປ່ຽນ​ຕາມ​ທິດ​ເພີ່ມ​ບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ມູນ​ຄ່າ, ມີ​ປະ​ສິດ​ທິ​ຜົນ​.

ຕອບກັບ

ຂ່າວ/ບົດ​ອື່ນ