ສິລະປະຂັບບາຍຈອຍພາກກາງ ຫວຽດນາມ

(VOVWORLD) - ຕອນຄ່ຳວັນທີ 05 ພຶດສະພາ, ທີ່ນະຄອນ ກີວເຍີນ, ແຂວງ ບີງດິງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີມອບໃບຍ້ອງຍໍຂອງ UNESCO ຮັບຮູ້ “ສິລະປະຂັບ ບາຍຈອຍ ພາກກາງ ຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ.
ສິລະປະຂັບບາຍຈອຍພາກກາງ ຫວຽດນາມ - ảnh 1 ພິທີມອບໃບຍ້ອງຍໍຂອງ UNESCO ຮັບຮູ້ “ສິລະປະຂັບ ບາຍຈອຍ ພາກກາງ ຫວຽດນາມ” (ພາບ: ອິນເຕີແນັດ)

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ເລື່ອງ UNESCO ຮັບຮູ້ “ສິລະປະຂັບ ບາຍຈອຍ ພາກກາງ ຫວຽດນາມ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸເປັນຕົວແທນຂອງມວນມະນຸດ ແມ່ນເຄື່ອງໝາຍແຫ່ງຊາດ ຊຶ່ງຖືກໂລກຮັບຮູ້, ຜ່ານນັ້ນ ປະກອບສ່ວນແນະນຳໃຫ້ເພື່ອນມິດສາກົນກ່ຽວກັບຄວາມດຸໝັ່ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ ແລະ ມີຄວາມເມດຕາປານີຂອງຊາວພາກກາງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:

        “ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະພ້ອມກັບບັນດານັກສິລະປະກອນ, ນັກສິລະປິນ, ປະຊາຄົມປະຕິບັດມໍລະດົກ, ບັນດາອົງການຈັດຕັ້ງສູນກາງ ແລະ ທ້ອງຖິ່ນປະຕິບັດໂຄງການດຳເນີນງານລະດັບຊາດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ “ສິລະປະຂັບ ບາຍຈອຍ ພາກກາງ ຫວຽດນາມ” ຢ່າງໝັ້ນຄົງ, ກໍ່ຄືບັນດາມໍລະດົກອື່ນ ເຊິ່ງ UNESCO ໄດ້ຮັບຮອງເອົາ”.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ດ້ວຍ 12 ມໍລະດົກວັດທະນະທຳບໍ່ເປັນວັດຖຸ ເຊິ່ງ UNESCO ໄດ້ຮັບຮອງເອົານັ້ນ, ຫວຽດນາມ ພວມຢືນອັນດັບທີ 8/177 ປະເທດສະມາຊິກຂອງສົນທິສັນຍາອະນຸລັກຮັກສາມໍລະດົກວັດທະນະທຳບໍ່ເປັນວັດຖຸ. ສິ່ງດັ່ງກ່າວ ມີຄວາມໝາຍຍິ່ງໃຫຍ່ ປະກອບສ່ວນເພີ່ມພຸນຄຸນສ້າງນ້ຳໃຈແຫ່ງຊາດ, ຮັກສາຮີດຄອງປະເພນີ, ຖ່າຍທອດພູມປັນຍາ ແລະ ຝາກຝັງເຖິງອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ