ສອງ​ເດືອນ​ຕົ້ນ​ປີ​ນີ້, ຫວຽດ​ນາມ​ ​ສົ່ງ​ອອກເກີນ​ດຸນ ກວ່າ 2,8 ຕື້ ໂດ​ລາ​ສະ​ຫະ​ລັດ

(VOVWORLD) -ໃນສອງເດືອນຕົ້ນປີນີ້, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າຂອງ ຫວຽດນາມ ຄາດວ່າຈະບັນລຸກວ່າ 96 ຕື້ ໂດລາສະຫະລັດ, ດຸນການຄ້າຄາດວ່າຈະສົ່ງອອກເກີນດຸນກວ່າ 2,8 ຕື້ ໂດລາສະຫະລັດ.
ສອງ​ເດືອນ​ຕົ້ນ​ປີ​ນີ້, ຫວຽດ​ນາມ​ ​ສົ່ງ​ອອກເກີນ​ດຸນ ກວ່າ 2,8 ຕື້ ໂດ​ລາ​ສະ​ຫະ​ລັດ - ảnh 1ການນຳເຂົ້າສົ່ງອອກຂອງ ຫວຽດນາມ ໃນ 2 ເດືອນຕົ້ນປີ 2023 (ພາບ: ກົມໃຫຍ່ສະຖິຕິ)

ຕອນເຊົ້າວັນທີ 28 ກຸມພາ, ກົມໃຫຍ່ສະຖິຕິ, ກະຊວງການເງິນ ຫວຽດນາມ, ໃຫ້ຮູ້ວ່າ ໃນສອງເດືອນຕົ້ນປີນີ້, ຍອດວົງເງິນສົ່ງອອກ, ນຳເຂົ້າສິນຄ້າຂອງ ຫວຽດນາມ ຄາດວ່າຈະບັນລຸກວ່າ 96 ຕື້ ໂດລາສະຫະລັດ, ດຸນການຄ້າຄາດວ່າຈະສົ່ງອອກເກີນດຸນກວ່າ 2,8 ຕື້ ໂດລາສະຫະລັດ.

        ສອງເດືອນຕົ້ນປີ, ວົງເງິນສົ່ງອອກຂອງ ຫວຽດນາມ ໄປຍັງ ສະຫະລັດອາເມລິກາ ແມ່ນຫຼາຍທີ່ສຸດ, ຄາດວ່າຈະບັນລຸກວ່າ 13 ຕື້ ໂດລາສະຫາລັດ. ຫວຽດນາມ ນຳເຂົ້າຈາກ ຈີນ ຫຼາຍທີ່ສຸດ ດ້ວຍວົງເງິນ ຄາດວ່າຈະບັນລຸ 14,6 ຕື້ ໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ