ສະກັດກັ້ນໂລກໄຂ້ຫວັດ A/H7N9 ແຜ່ລາມອອກຢູ່ຫວຽດນາມ

ສະກັດກັ້ນໂລກໄຂ້ຫວັດ A/H7N9 ແຜ່ລາມອອກຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) – ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ບໍ່​ທັນ​ຄົ້ນ​ພົບ​ກໍລະນີ​ໃດ​ຕິດ​ໄວ​ຣັດ H7N9, ​ແຕ່​ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ສັດ​ປີກ​ໄດ້​ຮຽກຮ້ອງ​ໃຫ້​ທ້ອງ​ຖີ່​ນຕ່າງໆ​ທີ່​ຕິດ​ກັບ​ຊາຍ​ແດນ​ເປັນ​ເຈົ້າ​ການ​ໃນ​ການວາງ​ແຜນການ, ກຽມພ້ອມ​ຮັບ​ມື​ກັບ​ໂລກ​ໄຂ້ຫວັດ​ສັດ​ປີກ. ທ່ານ​ລັດຖະມົນຕີ​ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ກາວ​ດຶກ​ຟາດ, ​ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຕ້ອງ​ຕິດຕາມ​ສະພາບ​ການ​ຜັນ​ແປ​ຢູ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ປະ​ເທດ​ທີ່​ມີ​ເສັ້ນ​ຊາຍ​ແດນ​ຕິດ​ກັບ​ຫວຽດນາມ ​ແລະ ​ໃຫ້​ຂ່າວ​ເປັນ​ປະຈຳ, ຄົບ​ຖ້ວນ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ແຈ້ງ​ສະພາບ​ການ, ຈຸດ​ພິ​ເສດ​ຂອງ​ໄວ​ຣັດ, ບັນດາ​ມາດ​ຕະການ​ຮັບ​ມື ​ເພື່ອ​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ. ທີ​ສອງ​ແມ່ນ​ປະຕິບັດທຸກ​ມາດ​ຕະການ​ຢ່າງ​ເດັດຂາດ​ເພື່ອ​ສະກັດ​ກັ້ນ​ການ​ຄ້າຂາຍ, ຂົນ​ສົ່ງ​ສັດ​ປີກ, ກໍ່​ຄື​ບັນດາ​ຜະລິດ​ຕະພັນ​ຈາກ​ສັດ​ປີກ​ເຂົ້າ​ຫວຽດນາມ. ທີ​ສາມ​ແມ່ນ​ຈັດ​ຕັ້ງ​ການ​ຄວບ​ຄູ​ມສະພາບ​ແຜ່​ຂະຫຍາຍ​ຂອງ​ໄວຣັດຢ່າງ​ເຂັ້ມ​ງວດ“.

        ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ມີ​ເອກະສານ​ຊີ້​ນຳ ​ແລະ ຈັດ​ສົ່ງ​ພະນັກງານ​ໄປ​ຍັງ​ທ້ອງ​ຖີ່​ນ​ຕ່າງໆເພື່ອ​ສົມທົບ​ກັນ​ຄວບ​ຄຸມ​ໂລກ​ໄຂ້​ຫວັດ​ສັດ​ປີກ. ​ໃນ​ນັ້ນ,​ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຕິດຕາມ​ກວດກາ, ການ​ແກ້​ໄຂ​ສະພາບ​ໂລກລະບາດ ​ແລະ ສັກ​ຢາ​ກັບ​ພະ​ຍາດ​ໃຫ້​ສັດ​ປີກ.

 

ຂ່າວ/ບົດ​ອື່ນ