ສະຖານກົງສູນແລະບັນດາວິສາຫະກິດຕ່າງປະເທດປະຈຳນະຄອນໂຮ່ຈີມິນສະໜັບສະໜູນເງິນເພື່ອປ້ອງກັນ, ຕ້ານໂລກລະບາດ

(VOVWORLD) -ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຮັບເງິນ, ສິນຄ້າສະໜັບສະໜູນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຈາກບັນດາ ສະຖານກົງສູນໃຫຍ່, ສະມາຄົມວິສາຫະກິດຕ່າງປະເທດ ປະຈຳນະຄອນໂຮ່ຈີມິນ.
ສະຖານກົງສູນແລະບັນດາວິສາຫະກິດຕ່າງປະເທດປະຈຳນະຄອນໂຮ່ຈີມິນສະໜັບສະໜູນເງິນເພື່ອປ້ອງກັນ, ຕ້ານໂລກລະບາດ - ảnh 1ທີ່ການຕ້ອນຮັບການສະໜັບສະໜູນຈາກສະຖານກົງສູນໃຫຍ່ ໄທ ແລະ ສະມາຄົມວິສາຫະກິດໄທ
(ພາບ: hcmcpv.org.vn)

ຕອນບ່າຍວັນທີ 15 ກໍລະກົດ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຮັບເງິນ, ສິນຄ້າສະໜັບສະໜູນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຈາກບັນດາ ສະຖານກົງສູນໃຫຍ່, ສະມາຄົມວິສາຫະກິດຕ່າງປະເທດ ປະຈຳນະຄອນໂຮ່ຈີມິນ.

        ທີ່ການຕ້ອນຮັບ, ສະຖານກົງສູນໃຫຍ່ ກຳປູເຈຍ ໄດ້ມອບຜ້າອັດປາກ-ອັດດັງ 25.000 ແຜ່ນ; ສະຖານກົງສູນໃຫຍ່ຍີ່ປຸ່ນ ແລະ ສະມາຄົມວິສາຫະກິດ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ ສະໜັບສະໜູນຈຳນວນເງິນ 20.000 USD; ສະຖານກົງສູນໃຫຍ່ ໄທ ແລະ ສະມາຄົມວິສາຫະກິດໄທ ມອບຜ້າອັດປາກ-ອັດດັງ 50.000 ແຜ່ນ ແລະ 220 ລ້ານດົ່ງ. ນອກນັ້ນ, ທ່ານ Lee Kang Woo, ຜູ້ອຳນວຍການໃຫຍ່ Lotte Properties ກໍ່ສະໜັບສະໜູນຈຳນວນເງິນ 3,5 ຕື້ດົ່ງ; ທ່ານ Jiji Geoger, ຜູ້ອຳນວຍການໃຫຍ່ບໍລິສັດ Mega Lifesciences Vietnam ຈຳກັດ ສະໜັບສະໜູນຈຳນວນເງິນ 750 ລ້ານດົ່ງ ແລະ 506 ຜະລິດຕະພັນວິຕາມິນບຳລຸງສຸຂະພາບ.

        ກ່າວຄຳເຫັນທີ່ພິທີຮັບ, ທ່ານນາງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ໂຕທິບິກເຈົາ ໄດ້ສະແດງຄວາມຂອບໃຈສະຖານກົງສູນ ແລະ ສະມາຄົມວິສາຫະກິດບັນດາປະເທດປະຈຳນະຄອນ ໂຮ່ຈີມິນ ທີ່ໄດ້ຮ່ວມແຮງຮ່ວມໃຈພ້ອມກັບອຳນາດການປົກຄອງ ແລະ ປະຊາຊົນນະຄອນ ໃນການປ້ອງກັນ ຕ້ານໂລກລະບາດ; ເປັນເຈົ້າການໂຄສະນາ, ຂົນຂວາຍປະຊາຊົນ, ວິສາຫະກິດຂອງປະເທດຕົນທີ່ພວມດຳລົງຊີວິດ, ເຮັດວຽກ, ດຳເນີນທຸລະກິດຢູ່ນະຄອນ ປະຕິບັດການແຍກຫ່າງສັງຄົມຢ່າງເຂັ້ມງວດ. ທ່ານນາງ ໂຕທິບິກເຈົາ ໃຫ້ຮູ້ວ່າທຸກການປະກອບສ່ວນຂອງສະຖານກົງສູນບັນດາປະເທດຈະໄດ້ອັບເດດຂໍ້ມູນຢູ່ບັນດາພະຫະນະສື່ມວນຊົນຢ່າງທັນການ ເພື່ອໃຫ້ປະຊາຊົນໄດ້ຮູ້ ແລະ ແຈກຢາຍໄປຍັງເຂດບັນດາຜູ້ປະສົບກັບຄວາມຫຍຸ້ງຍາກທີ່ຕ້ອງການໄດ້ຮັບການຊ່ວຍເຫຼືອຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ