ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ສະ​ວິດ, ສິງ​ກະ​ໂປ, ເມັກ​ຊີ​ໂກ ສະ​ເຫຼີມ​ສະຫຼອງ 75 ປີ ແຫ່ງວັນ​ຊາດ ຫວຽດ​ນາມ ທີ 2 ກັນ​ຍາ ແລະ ວັນ​ສ້າງ​ຕັ້ງ​ຂະ​ແໜງ​ກາ​ນ​ທູດ

(VOVWORLD) -ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

        ວັນທີ 31 ສິງຫາ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ ແລະ ວັນສ້າງຕັ້ງຂະແໜງການທູດ ຫວຽດນາມ ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ, ທ່ານນາງເອກອັກຄະລັດຖະທູດຫວຽດນາມ ປະຈຳ ສິງກະໂປ ຕ່າວທິແທັງເຮືອງ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ບັນດາອົງການຕ່າງໆຂອງສິງກະໂປ ທີ່ສະຫງວນໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ສິງກະໂປ, ໃຫ້ການໜູນຊ່ວຍ ແລະ ຮ່ວມມືກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນການຮັບມືກັບໂລກລະບາດໂຄວິດ - 19 ແລະ ບັນດາຂົງເຂດອື່ນໆ ບົນພື້ນຖານການພົວພັນສອງຝ່າຍ ກໍຄືໃນຂອບເຂດ ອາຊຽນ ແລະ ບັນດາຂອບເຂດການຮ່ວມມື່ອື່ນໆ. ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ປັບປຸງ. ທ່ານນາງເອກອັກຄະລັດຖະທູດ ຢັ້ງຢືນວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

     ໃນວັນດຽວກັນ, ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນສ້າງຕັ້ງຂະແໜງການທູດ ຫວຽດນາມ, ທ່ານນາງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະວິດ ເລລິງລານ ຢັ້ງຢືນຈະສືບທອດ ແລະ ເສີມຂະຫຍາຍມູນເຊື້ອການທູດຫວຽດນາມ ທີ່ສະຫງ່າລາສີ, ໝູ່ຄະນະພະນັກງານສະຖານທູດຈະສາມັກຄີກັນ ແລະ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະຕິບັດໜ້າທີ່ທາງການເມືອງໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນມິດຕະພາບອັນດີງາມລະຫວ່າງ ຫວຽດນາມ ແລະ ສະວິດ, ປະກອບສ່ວນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່ ແລະ ການເຊື່ອມໂຍງຢ່າງຮອບດ້ານ, ເພີ່ມທະວີທີ່ຕັ້ງບົດບາດຂອງຫວຽດນາມ ບົນເວທີສາກົນ.

        ສ່ວນໃນພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ  ທີ່ຖືກຈັດຂຶ້ນຢູ່ ເມັກຊີໂກ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເມັກຊີໂກ ຫງວຽນຮວ່າຍເຢືອງ ໃຫ້ຮູ້ວ່າ: ປີ 2020 ນີ້ ແມ່ນຄົບຮອບ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ເມັກຊີໂກ. ຜ່ານບັນດາກົນໄກຮ່ວມມືນັ້ນ, ນ້ຳໃຈໄມຕີຈິດມິດຕະພາບການຮ່ວມມື ລະຫວ່າງສອງປະເທດ ນັບມື້ນັບເລິກເຊິ່ງຂຶ້ນຕື່ມ ແລະ ສືບຕໍ່ໄດ້ຮັບການປັບປຸງ, ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ