ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ

(VOVWORLD) -ນອກຈາກການສ້າງຕັ້ງຄະນະກຳມະການໜູນຊ່ວຍພໍ່ແມ່ພີ່ນ້ອງຂາວຫວຽດນາມຢູ່ຕ່າງປະເທດທີ່ລີ້ໄພຈາກຢູເຄຣນ, ລວມມີພະນັກງານສະຖານທູດ, ພະນັກງານຂອງສະມາຄົມ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ກໍ່ໄດ້ສ້າງຕັ້ງ 2 ກຸ່ມ ລວມທັງກຸ່ມຂໍ້ມູນຂ່າວສານກົດໝາຍ ແລະ ກຸ່ມພະລາທິການ.
ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ຮັບຊາວຫວຽດນາມ 290 ຄົນ ຈາກ ຢູ​​ແກຼນ - ảnh 1ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈໍາ ຮຸງກາຣີ ຕ້ອນຮັບ ແລະ ຊ່ວຍເຫຼືອ ຊາວ ຫວຽດນາມ ມາຈາກ ຢູແກຼນ (ພາບ: TTXVN)

ຕໍ່ກັບສະຖານະການທີ່ມີຊາວຫວຽດນາມຫຼາຍຄົນ ຖືກອົບພະຍົບອອກຈາກເຂດສົງຄາມຢູ່ ຢູແກຼນ ນັບມື້ນັບຫຼາຍ ໂດຍສະເພາະແມ່ນພາຍຫຼັງສະຫະພາບເອີລົບ (EU) ເປີດດ່ານຊາຍແດນໃຫ້ຜູ້ລີ້ໄພຈາກ ຢູແກຼນ, ສະຖານີ Keleti, ທາງທິດຕາເວັນອອກ ນະຄອນຫຼວງ Budapest ໄດ້ກາຍເປັນຈຸດແວ່ຂອງພົນລະເມືອງ ຫວຽດນາມ ຫຼາຍຄົນ ທີ່ຕ້ອງອົບພະຍົບລີ້ໄພ ຜ່ານ Moldova ແລະ Romania ໄປເຖີງ ຮຸງກາຣີ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ຫງວຽນທິບິກຖາວ ໃຫ້ຮູ້ວ່າ ສະຖານທູດໄດ້ຊີ້ນຳປະຕິບັດວຽກງານປົກປ້ອງພົນລະເມືອງຢ່າງວ່ອງໄວ. ຕາມນັ້ນແລ້ວ, ນອກຈາກການສ້າງຕັ້ງຄະນະກຳມະການໜູນຊ່ວຍພໍ່ແມ່ພີ່ນ້ອງຂາວຫວຽດນາມຢູ່ຕ່າງປະເທດທີ່ລີ້ໄພຈາກຢູເຄຣນ, ລວມມີພະນັກງານສະຖານທູດ, ພະນັກງານຂອງສະມາຄົມ, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ກໍ່ໄດ້ສ້າງຕັ້ງ 2 ກຸ່ມ ລວມທັງກຸ່ມຂໍ້ມູນຂ່າວສານກົດໝາຍ ແລະ ກຸ່ມພະລາທິການ.

ມາຮອດວັນທີ 6 ມີນາ, ສະຖານທູດຫວຽດນາມ ປະຈຳ ຮຸງກາຣີ ໄດ້ຮັບຜູ້ອົບພະຍົບຈາກ ຢູແກຼນ 290 ກໍລະນີ, ໃນນັ້ນ ມີປະມານ 170 ຄົນມີບ່ອນກິນຢູ່ແລ້ວ ແລະ ສ່ວນທີ່ຍັງເຫຼືອແມ່ນໄດ້ຮັບການແນະນຳຂັ້ນຕອນການເຂົ້າເມືອງຂອງປະເທດທີສາມຕາມຄວາມມຸ່ງມາດປາດຖະໜາ.

ຕອບກັບ

ຂ່າວ/ບົດ​ອື່ນ