ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃຫມ່ລາວ

ສະຖານທູດລາວປະຈຳຫວຽດນາມຈັດພິທີຕ້ອນຮັບບຸນປີໃຫມ່ລາວ  - ảnh 1
ບັນດາການນຳເຂົ້າຮ່ວມພິທີບາສີສູ່ຂວັນ
ພາບ:internet


(vovworld) -  ວັນ​ທີ 12/4, ສະຖານທູດ ລາວ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່​ລາວ ພ.ສ 2556 (ປີ​ມະເສັງ). ນະ​ພິທີ, ທ່ານ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ຫວຽດນາມ ຖື​ວ່າ: ​ການຈັດ​ຕັ້ງ​ພິທີ​ຕ້ອນຮັບ​ບຸນປີ​ໃຫມ່​ລາວ ຢູ່ ຮ່າ​ໂນ້ຍ ມີ​ຄວາມ​ໝາຍ​ສຳຄັນ, ສະ​ແດງ​ໃຫ້​ເຫັນ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ລາວ ​ແລະ ຫວຽດນາມ. ປີ 2012, ສອງ​ຝ່າຍ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ປີ​ສາມັກຄີ​ມິດຕະພາບ ລາວ - ຫວຽດນາມ, ຫວຽດນາມ - ລາວ​ສຳ​ເລັດ​ຜົນ, ສ້າງ​ບາດ​ລ້ຽວສຳຄັນ​ກ່ຽວ​ກັບ​ຄວາມ​ເຂົ້າ​​ອົກ​ເຂົ້າ​ໃຈ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ສອງ​ຊາດ​ໃນ​ການ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ລາວ ປະຈຳ​ຫວຽດນາມ, ສົມ​ພອນ ສີ​ຈະ​ເລີ​ນ ​ກ່າວ​ວ່າ:

        “ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ​ແລະ ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ ຕໍ່​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ອ້າຍ​ນ້ອງ​ທີ່ໄດ້​ສະຫງວນ​ການ​ສະຫນັບສະຫນູນ, ການ​ຊ່ວຍ​ເຫລືອ​ອັນ​ໃຫຍ່​ຫລວງ ​ແລະ ລ້ຳ​ຄ່າ, ມີ​ປະສິດທິ​ຜົນ ​ແລະ ທັນ​ການ​ໃຫ້​ແກ່​ພາລະກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ຂອງ​ປະຊາຊົນ​ລາວ​ກ່ອນ​ນີ້ ກໍ​ຄື​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ປະຈຸ​ບັນ.”

        ສ່ວນ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ອວຍພອນ​ບັນດາ​ຜົນງານ​ຊື່​ງປະ​ເທດ​ລາວ​ອ້າ​ຍນ້ອງ​ຍາດ​ມາ​ໄດ້​ໃນ​ຊຸມ​ປີຜ່ານມາ ​ແລະ ສະ​ແດງ​ຄວາມ​​ເຊື່ອ​ໝັ້ນ​ວ່າ: ປີ 2013 ​ແມ່ນ​ປີ​ມີ​ເງື່ອນ​ໄຂ​ສະດວກ​ຫລາຍ​ຢ່າງ​ເພ່ືອ​ໃຫ້​ສອງ​ປະ​ເທດ​ຮັດ​ແຫນ້ນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບ​ບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ຫວຽດນາມ - ລາວ ດ້ວຍ​ບາດກ້າວ​ພັດທະນາ​ໃຫມ່. ທ່ານ​ນາງຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ກ່າວ​ວ່າ:

        “ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ໝັ້ນ​ໝາຍ​ພ້ອມ​ກັບ​ພັກ, ລັດ ​ແລະ ປະຊາຊົນ ລາວ​ບັນດາ​ເຜົ່າ​ອ້າຍ​ນ້ອງ ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ກາ​ນຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ລາວ ຕະຫລອດ​ການ. ພ້ອມ​ກັນ​ນັ້ນ ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ໃນ​ອາ​ຊຽນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.”

        ພາຍຫລັງ​ພິທີ, ບັນດາ​ການ​ນຳ​ພ້ອມ​ກັບ​ແຂກ​ຖືກ​ເຊີນ​ໄດ້​ເຂົ້າ​ຮ່ວມ​ພິທີ​ບາສີສູ່ຂວັນ ​ແລະ ຟ້ອນ​ລຳວົງ, ຮັບ​ຟັງ​ບັນດາ​ບົດ​ເພງ​ແຫ່ງ​ຄວາມ​ສາມັກຄີ ຫວຽດນາມ - ລາວ.

 

 

 

 

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ