ສະຖານທູດຫວຽດນາມປະຈຳອິນເດຍຈັດຕັ້ງບຸນວັນເພງເດືອນ8ໃຫ້ລູກຫຼານພະນັກງານ

ສະຖານທູດຫວຽດນາມປະຈຳອິນເດຍຈັດຕັ້ງບຸນວັນເພງເດືອນ8ໃຫ້ລູກຫຼານພະນັກງານ - ảnh 1
​ພິທີ​ຕ້ອນຮັບບຸ​ນວັນ​ເພງ​ເດືອນ 8​ ໃຫ້​ລູກ​
ຫຼານ​ພະນັກງານ, ພາລະ​ກອນ​ສະຖານທູດ
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 19/9, ສະຖານທູດ ​ຫວຽດນາມ ປະຈຳ​ອິນ​ເດຍ ຈັດ​ຕັ້ງ​ພິທີ​ຕ້ອນຮັບບຸ​ນວັນ​ເພງ​ເດືອນ 8​ ໃຫ້​ລູກ​ຫຼານ​ພະນັກງານ, ພາລະ​ກອນ​ສະຖານທູດ ​ແລະ ບັນດາ​ອົງການ​ກ່ຽວຂ້ອງ. ລາຍການ​ຕ້ອນຮັບ ບຸ​ນວັນ​ເພງ​ເດືອນ​ 8​, ດ້ວຍການ​ລະ​ຫຼິ້ນ​ຕ່າງໆ​ເຊັ່ນ: ດຶງ​ເຊືອກ, ​ແຫ່​ໂຄມ​ໄຟ​ຮູບ​ດວງ​ດາວ… ​ເດັກ​ນ້ອຍ​ຈຳນວນ​ໜຶ່ງ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ຮຳ່ຮຽນ ກໍ່​ໄດ້​ຮັບ​ລາງວັນ​ຂອງ​ສະຖານທູດ. ພວກ​ຫຼານ​ກໍ່​ໄດ້​ກິນ​ເຂົ້າໜົມ ບຸ​ນວັນ​ເພງ​ເດືອນ​ 8​ ​ໂດຍ​ສະຖານທູດ​ຊື້​ຈາກ​ພາຍ​ໃນ​ປະ​ເທດ, ​ແລະ ອາຫານ​ໂດຍ​ພໍ່​ແມ່​ພວກ​ຫຼານ​​ແຕ່ງ​ເອງ.

ຂ່າວ/ບົດ​ອື່ນ