ສະຖານທູດຫວຽດນາມຢູ່ຫລາຍປະເທດຈັດຕັ້ງລາຍການຕ້ອນຮັບບຸນເຕັດປີວອກ2016

ສະຖານທູດຫວຽດນາມຢູ່ຫລາຍປະເທດຈັດຕັ້ງລາຍການຕ້ອນຮັບບຸນເຕັດປີວອກ2016 - ảnh 1
 ທ່ານ​ ເວືອງ​ເທື່ອ​ຟອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ແບນ​ຊີກອວຍ​ພອນ​ບຸດ​ເຕັດ​
ພາບ:TTXVN

(vovworld)- ວັນ​ທີ 30/1, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ຈີນ, ຍີ່​ປຸ່ນ, ອິ​ນ​ເດຍ ແລະ ແບນ​ຊີກ ໄດ້​ຈັດ​ຕັ້ງ​ລາຍ​ການ​ຕ້ອນ​ຮັບ​ບຸນ​ເຕັດ​ປີ​ວອກ 2016. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຫວູ​ຕຽນ​ຢູງ, ອຸ​ປະ​ທູດ​ຊົ່ວ​ຄາວ ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ຈີນ ໄດ້​ແຈ້ງ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ຫວຽດ​ນາມ​ໃນ​ປີ​ຜ່ານ​ມາ, ຜົນ​ງາ​ນ​ອັນ​ໃຫຍ່​ຫລວງ​ຊື່ງ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ ສິ່ງ​ທ້າ​ທາຍ,ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ​ໄດ້​ຮັບ​ການ​ປັບ​ປຸງ, ເສດ​ຖະ​ກິດ​ຮັກ​ສາ​ໃນ​ທ່າ​ເຕີບ​ໂຕ​. ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ, ທ່ານ ຫວູ​ຕຽນ​ຢູງ ຢືນ​ຢັນ: ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ໃນ​ທຸກ​ຂົງ​ເຂດ. ໃນ​ລາຍ​ການ​ຕ້ອ​ນ​ຮັບ​ບຸນ​ປີ​ໃຫມ່​ປີ​ວອກ ຢູ່ ສະ​ຖານ​ທູດ​ຫວຽດ​ນາມ ຢູ່ ແບນ​ຊີກ, ທ່ານ​ ເວືອງ​ເທື່ອ​ຟອງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ແບນ​ຊີກ ໄດ້​ທົບ​ທວນ​ຄືນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ ແບນ​ຊີກ ແລະ ສະ​ຫະ​ພາບ​ເອີ​ລົບ​ໃນ​ປີ 2015.

 

ຂ່າວ/ບົດ​ອື່ນ