ສະ​ພາການ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ ແລະ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ

(VOVWORLD) - ການນຳຂັ້ນສູງ 10 ປະເທດ ອາຊຽນ ແລະ 6 ປະເທດ GCC (ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເລັດ, ກູເວດ, ບາເຣັນ, ກາຕາ ແລະ ໂອມານ) ໄດ້ເຂົ້າຮ່ວມ. 
ສະ​ພາການ​ຮ່ວມ​ມື​ເຂດ​ອ່າວ​ເປີ​ເຊຍ ແລະ ອາ​ຊຽນ ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທຳ​ອິດ - ảnh 1ທ່ານເລຂານຸການສະພາຮ່ວມມືເຂດອ່າວເປີເຊຍ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: TTXVN) 

ວັນທີ 20 ຕຸລາ, ສະພາການຮ່ວມມືເຂດອ່າວເປີເຊຍ (GCC) ແລະ ອາຊຽນ ໄດ້ຈັດກອງປະຊຸມສຸດຍອດຢູ່ນະຄອນຫຼວງ Riyadh, ປະເທດ ອາຣັບບິ ຊາອຸດິ.  ນີ້ແມ່ນຄັ້ງທຳອິດທີ່ GCC ແລະ ອາຊຽນ ຈັດກອງປະຊຸມສຸດຍອດນັບແຕ່ເວລາສອງກຸ່ມສ້າງການພົວພັນຢ່າງເປັນທາງການໃນປີ 1990.

ການນຳຂັ້ນສູງ 10 ປະເທດ ອາຊຽນ ແລະ 6 ປະເທດ GCC (ອາຣັບບິ ຊາອຸດິ, ສະຫະລັດ ອາຣັບ ເອມີເລັດ, ກູເວດ, ບາເຣັນ, ກາຕາ ແລະ ໂອມານ) ໄດ້ເຂົ້າຮ່ວມ. ຕາມການຄາດຄະເນແລ້ວ, ກອງປະຊຸມຈະອອກຖະແຫຼງການຮ່ວມກ່ຽວກັບແຜນການຮ່ວມມືໃນໄລຍະ 2024 – 2028, ສຸມໃສ່ບັນດາຂົງເຂດຄື: ພະລັງງານ, ການຄ້າ, ການຮ່ວມມືດ້ານເສດຖະກິດສີຂຽວ, ເສດຖະກິດດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ