ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລື ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສະພາບດິນຟ້າອາກາດທີ່ບໍ່ເປັນປົກກະຕິ

(VOVWORLD) -   ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢຶນວ່າ: ສະພາບດິນຟ້າອາກາດທີ່ບໍ່ເປັນປົກກະຕິ, ວິກິດການທັນຍາພືດພວມເກີດຂຶ້ນຢ່າງໜັກໜ່ວງ ແລະ ກາຍເປັນໄພນາບຂູ່ຕົ້ນຕໍຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກທີ່ແທ້ຈິງ.
ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລື ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສະພາບດິນຟ້າອາກາດທີ່ບໍ່ເປັນປົກກະຕິ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres
(ພາບ: ສຳນັກຂ່າວສານຊິນຮວາ/TTXVN)

ວັນທີ 13 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປຶກສາຫາລືກ່ຽວກັບບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ບັນດາປັດໄຈທີ່ກໍ່ໃຫ້ເກີດໄພອຶດຫິວຢູ່ຫຼາຍບ່ອນໃນໂລກ. ຜູ້ຕາງໜ້າຂອງເກືອບ 90 ປະເທດສະມາຊິກ ສປຊ ໄດ້ເຂົ້າຮ່ວມການປຶກສາຫາລືຕາມການສະເໜີຂອງ Guyana - ເຊິ່ງເປັນປະເທດດຳລົງຕຳແໜ່ງເປັນປະທານໝູນວຽນ ສະພາຄວາມໝັ້ນຄົງ ເດືອນ ກຸມພາ.

        ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢັ້ງຢຶນວ່າ: ສະພາບດິນຟ້າອາກາດທີ່ບໍ່ເປັນປົກກະຕິ, ວິກິດການທັນຍາພືດພວມເກີດຂຶ້ນຢ່າງໜັກໜ່ວງ ແລະ ກາຍເປັນໄພນາບຂູ່ຕົ້ນຕໍຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງໃນໂລກທີ່ແທ້ຈິງ. ຕາມ ສປຊ ແລ້ວ, ວິນາດສະກຳດ້ານດິນຟ້າອາກາດ ພວມເຮັດໃຫ້ວິກິດການມະນຸດສະທຳຮ້າຍແຮງຂຶ້ນຢູ່ຫຼາຍບ່ອນໃນໂລກ ແລະ ໃນຈຳນວນ 14 ປະເທດມີຄວາມສ່ຽງສູງສຸດຈາກສະພາບການປ່ຽນແປງຂອງດິນຟ້າອາກາດນັ້ນ, ມີ 13 ປະເທດພວມຕ້ອງປະເຊີນໜ້າກັບວິກິດການມະນຸດສະທຳ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ