ສະ​ພາ​ຄວາ​ມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ຫາ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ຢູ່​ເຂດ ກາ​ຊາ

(VOVWORLD) - ກອງປະຊຸມໄດ້ດຳເນີນຕາມການສະເໜີແນະຂອງ ອານເຊຣີ, ເພື່ອສຸມໃສ່ປຶກສາຫາລືກ່ຽວກັບຄວາມສ່ຽງຊາວ ປາແລັດສະຕິນ ຢູ່ ກາຊາ ຖືກບັງຄັບຕ້ອງຍົກຍ້າຍ ໃນສະພາບການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ແກ່ຍາວເຖິງ 100 ວັນ.
ສະ​ພາ​ຄວາ​ມ​ໝັ້ນ​ຄົງ ສ​ປ​ຊ ປຶກ​ສາ​ຫາ​ລື ກ່ຽວ​ກັບ​ບັນ​ຫາ​ຍົກ​ຍ້າຍ​ພົນ​ລະ​ເມືອງ​ຢູ່​ເຂດ ກາ​ຊາ - ảnh 1ເຮືອນຊານບ້ານຊ່ອງຫຼາຍຫຼັງຖືກມ້າງເພທຳລາຍພາຍຫຼັງການບຸກໂຈມຕີທາງອາກາດຂອງອິດສະຣາແອັນ ຢູ່ເຂດກາຊາ ໃນວັນທີ 10 ມັງກອນ 2024 (ພາບ: THX/TTXVN)

ຕອນບ່າຍວັນທີ 12 ມັງກອນ ຕາມເວລາທ້ອງຖິ່ນ, ຢູ່ ນິວຢອກ (ອາເມລິກາ), ສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນກອງປະຊຸມເປີດກ່ຽວກັບສະພາບການຢູ່ຕາເວັນອອກກາງ, ໃນນັ້ນ ມີບັນຫາຊາວ ປາແລັດສະຕິນ. ກອງປະຊຸມໄດ້ດຳເນີນຕາມການສະເໜີແນະຂອງ ອານເຊຣີ, ເພື່ອສຸມໃສ່ປຶກສາຫາລືກ່ຽວກັບຄວາມສ່ຽງຊາວ ປາແລັດສະຕິນ ຢູ່ ກາຊາ ຖືກບັງຄັບຕ້ອງຍົກຍ້າຍ ໃນສະພາບການປະທະກັນລະຫວ່າງ ຮາມາດສ - ອິດສະຣາແອັນ ແກ່ຍາວເຖິງ 100 ວັນ.

        ທີ່ກອງປະຊຸມ, ທ່ານນາງ Ilze Brands Kehris, ຫົວໜ້າຫ້ອງວ່າການຂ້າຫຼວງໃຫຍ່ສະພາສິດທິມະນຸດ ສປຊ (OHCHR), ໄດ້ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ວັນທີ 12 ຕຸລາ ອິດສະຣາແອັນ ໄດ້ອອກຄຳສັ່ງບັງຄັບປະຊາຊົນ ປາແລັດສະຕິນ ຕ້ອງຍົກຍ້າຍຈາກຕອນເໜືອ ໄປຍັງຕອນໃຕ້ຂອງເຂດ ກາຊາ. ຕາມທ່ານນາງແລ້ວ, ການກະທຳດັ່ງກ່າວ ບໍ່ສອດຄ່ອງກັບກົດໝາຍສາກົນ, ມີຄວາມສ່ຽງລະເມີດອາຊະຍາກຳສົງຄາມ.


ຕອບກັບ

ຂ່າວ/ບົດ​ອື່ນ