ສະພາຄວາມໝັ້ນຄົງສປຊຈະຈັດການປະຊຸມດ່ວນກ່ຽວກັບສະພາບການຢູ່ຊີຣີ

ສະພາຄວາມໝັ້ນຄົງສປຊຈະຈັດການປະຊຸມດ່ວນກ່ຽວກັບສະພາບການຢູ່ຊີຣີ - ảnh 1
ສະ​ພາບ​ການ​ຢູ່​ຊີ​ຣີ ຍັງ​ເຄັ່ງ​ຕຶງ
ພາບ:internet

(vovworld)- ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ຈະ​ດຳ​ເນີນ​ການ​ປະ​ຊຸມ​ດ່ວນ​ໃນ​ວັນ​ທີ 18/9 ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຊີ​ຣີ ພາຍ​ຫລັງ​ກຳ​ລັງ​ປະ​ສົມ​ໂດຍ​ອາ​ເມ​ລິ​ກາ ນຳ​ຫນ້າ ໄດ້​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃສ່​ຖານ​ທີ່​ໝັ້ນ​ຂອງ​ທະ​ຫານ ຊີ​ຣີ ເຮັດ​ໃຫ້​ພົນ​ທະ​ຫານ​ຫລາຍ​ຄົນ​ຖືກ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ. ສຳ​ນັກ​ຂ່າວ​ສານ AFP ຄັດ​ແຫລ່ງ​ຂ່າ​ວ​ທາງ​ການ​ທູດ​ໃຫ້​ຮູ້​ວ່າ: ລັດ​ເຊຍ ໄດ້​ສະ​ເຫນີ​ດຳ​ເນີນກອງ​ປະ​ຊຸມ​ດ່ວນນີ້  ແລະ ສະ​ແດ​ງ​ຄວາມ​ວິ​ຕົກ​ກັງ​ວົນ​ ເມື່ອ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ກຳ​ລັງ​ປະ​ສົມ​ໂດຍ​ອາ​ເມ​ລິ​ກາ ນຳ​ຫນ້າ ເລັ່ງ​ໃສ່​ໂດຍ​ກົງທະ​ຫານ ຊີ​ຣ​ີ ຊື່ງ​ແມ່ນ​ກຳ​ລັງ​ພວມ​ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ຕ້ານ​ອົງ​ກາ​ນ​ລັດ ອິດ​ສະ​ລາມ (IS). ສື່ມວ​ນ​ຊົນ ຊີ​ຣີ ໃຫ້​ຂ່າວ​ວ່າ ເວ​ລາ 5 ໂມງ​ແລງ, ກຳ​ລັງ​ປະ​ສົມ​ໂດຍ​ອາ​ເມ​ລິ​ກາ ນຳ​ຫນ້າ ໄດ້​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ເລັ່ງ​ໃສ່​ຖານ​ທີ່​ໝັ້ນ​ຂອງ​ທະ​ຫານ​ຊີ​ຣີ ຢູ່ ເຂດ Jebel Tharda ພາກ​ຕາ​ເວັນ​ອອກ​ປະ​ເທດນີ້ ເຮັດ​ໃຫ້​ພົນ​ທະ​ຫານ​ຫລາຍ​ຄົນ​ຖືກ​ເສຍ​ຊີ​ວິດ ແລະ ບາດ​ເຈັບ. ຕາມ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລັດ​ເຊຍ ແລ້ວ, ເຫດ​ດັ່ງ​ກ່າວ​ເຮັດ​ໃຫ້ ພົນ​ທະ​ຫານ ຊີ​ຣີ 62 ຄົນ​ຖືກ​ເສຍ​ຊີ​ວິດ ແລະ 100 ຄົນ​ຖືກ​ຮັບບາດ​ເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ