ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິກ່ຽວກັບວິທີການແກ້ໄຂແລະບໍ່ແຜ່ຂະຫຍາຍນິວເຄຼຍ

ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິກ່ຽວກັບວິທີການແກ້ໄຂແລະບໍ່ແຜ່ຂະຫຍາຍນິວເຄຼຍ - ảnh 1
ສະ​ຖານ​ທີ່​ທົດ​ລອງ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ
(ພາບ: cns.miis.edu)

(vovworld) - ​​ວັນ​ທີ 23/9 (ຕາມ​ເວ​ລາ​ທ້ອງ​ຖິ່ນ). ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຮັບ​ຮອງ​ເອົາ​ມະ​ຕິ​ຮຽກ​ຮ້ອງ​ໃຫ້​ທຸກໆ​ປະ​ເທດ​ໃນ​ໂລກ, ພິ​ເສດ​ແມ່ນ​ບັນ​ດາ​ປະ​ເທດບໍ່​ທັນ​ໄດ້​ເຊັນ ແລະ ໃຫ້​ສັດ​ຕະ​ຍາ​ບັນ, ເຊັນ​ສົນ​ທິ​ສັນ​ຍາ​ຫ້າມ​ທົດ​ລອງ​ນິວ​ເຄຼຍ​ຮອບ​ດ້ານ (CTBT) ໂດຍ​ໄວ. ດ້ວຍ​ບັດ​ສະ​ໜັບ​ສະ​ໜູນ 14 ບັດ ແລະ ບັດ​ຂາວ 1 ບັດ (ອີ​ຢິບ), ມະ​ຕິ​ຂ​ອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຊົມ​ເຊີຍ​ບັນ​ດາ​ຄວາມ​ກ້າວ​ໜ້າ​ທີ່​ບັນ​ລ​​ຸ ​ໄດ້​ໃນ​ການ “​ເຊັນ​ສົນ​ທິ​ສັນ​ຍາ”CTBT ໂດຍ​ທົ່ວ​ໄປ, ດ້ວຍ​ຈຳ​ນວນ​ 183 ປະ​ເທດ​ໄດ້​ເຊ​ັນ CTBT ແລະ 166 ປະ​ເທດ​ໄດ້​ເຊັນ​ ແລະ ໃຫ້​ສັດ​ຕະ​ຍາ​ບັນ. CTBT ຫ້າມ​ທຸກໆ​ກໍ​ລະ​ນີ​ທົດ​ລອງ​ນິວ​ເຄຼຍ, ເຖິ​ງວ່ານັ້ນ​ແມ່ນ​ເພື່ອ​ຈຸດ​ປະ​ສົງ​ພົນ​ລະ​ເຮືອນ ຫຼື ການ​ທະ​ຫານ. ມະ​ຕິ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກໍ່​ຮຽກ​ຮ້ອງ​ໃຫ້ 3 ປະ​ເທດ ບໍ່​ທັນ​ລົງ​ນາມ ແລະ 5 ປະ​ເທດ​ເຊັນ​ແລ້ວ​ແຕ່ບໍ່​ທັນ​ໃຫ້​ສັດ​ຕະ​ຍາ​ບັນ CTBT ຕ້ອງ​ປະ​ຕິ​ບັດ​ຄ​ວາມ​ຮັບ​ຜິດ​ຊອບ ແລະ ພາ​ລະ​ໜ້າ​ທ​ີ່​ຂອງ​ຕົນ​ສຳ​ລັບ​ປະ​ຊາ​ຄົມ​ສາ​ກົນ.


ຂ່າວ/ບົດ​ອື່ນ