ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມກ່ຽວກັບສະພາບການຢູ່ຊີຣີ

ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມກ່ຽວກັບສະພາບການຢູ່ຊີຣີ - ảnh 1
ກອງ​ປະ​ຊຸມ​ກ່ຽວ​ກັບສົງ​ຄາມ​ກາງ​ເມືອງ​ຊີ​ຣີ
(ພາບ: EPA/TTXVN)

(vovworld) - ວັນ​ທີ 21/09, ຢູ່​ນິວຢອກ, ອາ​ເມ​ລິ​ກາ, ສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ກອງ​ປະ​ຊຸມ​ກ່ຽວ​ກັບສົງ​ຄາມ​ກາງ​ເມືອງ​ຊີ​ຣີ ໃນ​ສະ​ພາບ​ຄຳ​ສັ່ງ​ຢ​ຸດ​ຍິງ​ຊົ່ວ​ຄາວ​ຢູ່​ປະ​ເທດນີ້​ຫາ​ກໍ​ຖືກ​​ຍຸບ​ເລີກ ແລະ ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ສາ​ກົນ​ພວມ​ປິນ​ຂັ້ນ​ໄດ​. ກ່າວ​ຄຳ​ເຫັນ​ຕໍ່​ ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊ​າດ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ເນັ້ນ​ໜັກ​ວ່າ, ມີ​ຊາວ​ຊີ​ຣີ ກວ່າ 300.000 ຖືກ​ເສຍ​ຊີ​ວິດ, ພົນ​ລ​ະ​ເມືອງ​ເຄິ່ງ​ໜຶ່ງ​ຂອງ​ປະ​ເທດນີ້ບໍ່​ມີ​ເຮືອນ​ຢູ່ ແລະ ພື້​ນຖານ​ໂຄງ​ລ່າງ​ເກືອບ​ທັງ​ໝົດ​ຖືກ​ທຳ​ລາຍ. ໃນ​ສະ​ພາບ​ການນັ້ນ, ທ່ານ​ຢືນ​ຢັນ​ວ່າ, ຕ້ອງ​ຟື້ນ​ຟູ​ຄຳ​ສັ່ງ​ຢຸດ​ຍິງ​ຢູ່​ຊີ​ຣີ ຍ້ອນນີ້​ແມ່ນ​ບາດ​ກ້າວ​ທຳ​ອິດ​ເພື່ອ​ກູ້​ຊ່ວຍຂໍ້​ຕົກ​ລົງ​ອາ​ເມ​ລິ​ກາ - ລັດ​ເຊຍ ເພື່ອ​ແນ​ໃສ່​ຢຸດ​ຕິສົງ​ຄາມ​ທີ່​ແກ່​ຍາວ​ເປັນ​ເວ​ລາ 5 ປີ​ຜ່ານ​ມາ. ທີ່ກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ໄດ້​ກ່າວ​ຫາ​ບັນ​ດາ​ເຮືອ​ບິນ​ສູ້​ຮົບ​ຂອງ​ລັດ​ເຊຍ ແລະ ຊີ​ຣີ ​ເຄື່ອນ​ໄຫວ​ຢູ່​ບັນ​ດາ​ເຂດ​ພາກ​ເໜືອ​ຊີ​ຣີ ໃນ​ວັນ​ທີ 19/09, ​ເຊິ່ງ​ເປັນຈຸດ​ເວ​ລາ​​ທີ່ຂະ​ບວນ​ລົດ​​ກູ້​ຊ່ວຍ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ​ຖືກ​ບຸກ​ໂຈມ​ຕີທາງ​ອາ​ກາດ. ໃນ​ຂະ​ນະ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ​ພັດ​ປະ​ຕິ​ເສດ​ຂໍ້​ມູນ​ຂ່າວ​ທີ່ຖື​ວ່າ, ບັນ​ດາ​ເຮືອ​ບິນ​ຂອງ​ລັດ​ເຊຍ ຫຼື ຊີ​ຣີ​ ໄ​ດ້ດຳ​ເນີນ​ການບຸກ​ໂຈມ​ຕ​ີ​ແນ​ໃສ່​ຂະ​ບວນ​ລົດກູ້​ຊ່ວຍ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ, ພ້ອມ​ທັງ​ຢືນ​ຢັນ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊ​າດ​ວ່າ ບໍ່​ມີ​ເລື່ອງ​ບັນ​ດາ​ກຳ​ລັງ​ລັດ​ຖະ​ບານ​ຂອງ​ທ່ານ Assad ສືບ​ຕໍ່ “ຢຸ​ດ​ຕິ​ບັນ​ດາ​ການ​ເຄື່ອນ​ໄຫວ​ພຽງ​ລຳ​ພັງ​ຝ່າຍ​ດຽວ”.

ຂ່າວ/ບົດ​ອື່ນ