ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ຊີຣີ

ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບການຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: Reuters)

(vovworld) - ຕາມ​ຄຳ​ສະ​ເໜີ​ຂອງ​ລັດ​ເຊຍ, ວັນ​ທີ 07/10, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮຽກ​ໂຮ​ມ​ປະ​ຊຸມ​ດ່ວນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ຊີ​ຣີ, ພາຍ​ຫຼັງ​ທີ່​ທູດ​ພິ​ເສດ​ຂອງ​ສະ​ຫະ​ປະ​ຊາ​ຊາ​ດ ທ່ານ Sraffan de Mistura ກ່າວ​ເຕືອນ​ວ່າ, ຢູ່​ເຂດທາງ​ທິດ​ຕາ​ເວັນ​ອອກ​ຂອງ Aleppo ​ອາດ​ຈະ​ຖືກ​ສົງ​ຄາມ​ທຳ​ລາຍໃນ 2 – 3 ເດືອນ​ຈະ​ມາ​ເຖິງ. ຕາມ​ແຜນ​ການ, ​ໃນກອງ​ປະ​ຊຸມ​​ແມ່ນ​ຈະ​ດຳ​ເນີນ​ໃນ​ເວ​ລາ 14 ໂມງ (GMT) ວັນ​ທີ 07/10. ​ ປະ​ຈຸ​ບັນ, ທ່ານ Mistura, ພວມ​ມີ​ໜ້າ​ຢູ່​ເຊີ​ແນວ ໄດ້​ລ​າຍ​ງານ​ໂດຍ​ກົງ​ທາງ​ອີນ​ເຕີ​ແນັດ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ Aleppo ຕໍ່​ໜ້າ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ.

        ວັນ​ທີ 06/10, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ແລະ ຄູ່​ ຕຳ​ແໜ່ງ​ຝ​ລັ່ງ Jean Marc Ayrault ໄດ້​ມີ​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນ​ຫຼວງ​ມົດ​ສະ​ກູ ດ້ວຍ​ຫົວ​ຂໍ້​ຕົ້ນ​ຕໍ​ແມ່ນ​ວິ​ກິດ​ການ​ຢູ່​ຊີ​ຣີ. ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Sergei Lavrov ຖະ​ແຫຼງວ່າ, ລັດ​ເຊຍ ພ້ອມ​ແລ້ວ​ທີ່​ຈະ​ຄົ້ນ​ຄວ້າ​ຮ່າງ​ມະ​ຕິ​ຂອງ​ຝ​ລັ່ງ, ໂດຍ​ອີງ​ໃສ່​ບັນ​ດາ​ຫຼັກ​ການ​ໃນ​ຂ​ໍ້​ຕົ​ກ​ລົງລະ​ຫວ່າງ​ລັດ​ເຊຍ - ອາ​ເມ​ລິ​ກາ ກ່ຽວ​ກັບ​ຊີ​ຣີ, ກໍ່​ຄື​ບັນ​ດາ​ມະ​ຕິ​ສະ​ບັບ​ຕ່າງໆ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ, ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ກຸ່ມ​​ສາ​ກົນ​ທີ່ໜູນ​ຊ່ວຍ​ຊີ​ຣີ. ສ່ວນ​ທ່ານ Jean Marc Ayrault ຖະ​ແຫຼງວ່າ, ຝ​ລັ່ງ ສະ​ໜັບ​ສະ​ໜູນ​ມາດ​ຕະ​ການ​ແກ້​ໄຂ​ດ້ານ​ການ​ເມືອງ​ໃຫ້​ວິ​ກິດ​ການ​ຢູ່​ຊີ​ຣີ ແລະ ຮ່າງ​ມະ​ຕິນີ້​ຂອງ​ຝ​ລັ່ງ ຈະ​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ລວມ​ມີ 2 ຈຸດ​ນັ້ນແມ່ນ, ຢຸດ​ຕິ​ການ​ບຸກ​ໂຈມ​ຕີ Aleppo ແລະ ຮັບ​ປະ​ກັນ​ສະ​ໜອງ​ສິນ​ຄ້າ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ໃຫ້​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ