ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ລົງລອຍກັນຕໍ່ວິທີການແກ້ໄຂບັນຫາ ສປປ.ເກົາຫຼີ

(VOVWORLD) - ວັນທີ 05 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນ ກ່ຽວກັບບັນຫາ ສປປ.ເກົາຫຼີ, ໃນນັ້ນ ບັນດາປະເທດສະມາຊິກປະຈຳສະພາຄວາມໝັ້ນຄົງ ໄດ້ສະແດງໃຫ້ເຫັນບັນດາທັດສະນະກົງກັນຂ້າມກ່ຽວກັບວິທີການຮັບມືກັບໂຄງການພັດທະນາລູກສອນໄຟ ແລະ ນິວເຄຼຍຂອງ ພຽງຢາງ
ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ລົງລອຍກັນຕໍ່ວິທີການແກ້ໄຂບັນຫາ ສປປ.ເກົາຫຼີ - ảnh 1 ສະພາຄວາມໝັ້ນຄົງ

ບັນດາເອກອັກຄະລັດຖະທູດ ອາເມລິກາ, ອັງກິດ ແລະ ຝະລັ່ງ ຮຽກຮ້ອງສະພາຄວາມໝັ້ນຄົງສະຫະປະຊາຊາດ ຮັບຮອງເອົາມະຕິສະບັບໃໝ່ ມີລັກສະນະຜູກຮັດເພື່ອແນໃສ່ຮັດແໜ້ນບັນດາຄຳສັ່ງລົງໂທດ ສປປ.ເກົາຫຼີ, ໃນຂະນະນັ້ນ ຜູ້ຕ່າງໜ້າຂອງ ລັດເຊຍ ແລະ ຈີນ ຄັດຄ້ານເລື່ອງເພີ່ມທະວີການປີດລ້ອມເສດຖະກິດສຳລັບ ພຽງຢາງ. ເອກອັກຄະລັດຖະທູດ ອາເມລິກາ ປະຈຳສະຫະປະຊາຊາດ ທ່ານນາງ Nikki Haley ຖະແຫຼງວ່າ ບັນດາການກະທຳກໍ່ຄວາມຂາດສະຖຽນລະພາບຂອງ ສປປ.ເກົາຫຼີ ພວມທຳລາຍຄວາມຫວັງກ່ຽວກັບມາດຕະການແກ້ໄຂທາງການທູດ ແລະ ອາດຈະເຮັດໃຫ້ ອາເມລິກາ ຕ້ອງນຳໃຊ້ການທະຫານ.

        ໃນຂະນະນັ້ນ, ອັກຄະລັດຖະທູດ ລັດເຊຍ ປະຈຳສະຫະປະຊາຊາດ ທ່ານ Pyotr Ilyichev ຖືວ່າ ອາດຈະບໍ່ເຕື້ອງເຖິງກໍລະນີນຳໃຊ້ບັນດາມາດຕະການທະຫານ ເພື່ອແກ້ໄຂບັນຫາຂອງ ສປປ.ເກົາຫຼີ. ທ່ານຖືວ່າ: ປະເທດທັງໝົດຄວນຮັບຮູ້ວ່າ ການລົງໂທດຈະບໍ່ແກ້ໄຂບັນຫາໄດ້, ພ້ອມທັງຢືນຢັນ ຄວາມມານະພະຍາຍາມເພື່ອປີດລ້ອມເສດຖະກິດ ສປປ.ເກົາຫຼີ ແມ່ນ “ບໍ່ອາດຮັບຮູ້ໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ