ສະພາຄວາມໝັ້ນຄົງສະຫະປະຊາຊາດສະແດງຄວາມວິຕົກກັງວົນຕໍ່ແຜນການສ້າງຕັ້ງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່

(VOVWORLD) -ສະພາຄວາມໝັ້ນຄົງສະຫະປະຊາຊາດ ຢ້ຳຄືນເລື່ອງ ອິດສະຣາແອັນ ສືບຕໍ່ດຳເນີນບັນດາການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ດັ່ງກ່າວແມ່ນການຍູ້ແງ່ຫວັງກ່ຽວກັບມາດຕະການແກ້ໄຂ 2 ລັດ ບົນພື້ນຖານບັນດາເສັ້ນຊາຍແດນທີ່ໄດ້ຮັບຮູ້ແຕ່ປີ 1967 ຕົກເຂົ້າສູ່ໄພນາບຂູ່
ສະພາຄວາມໝັ້ນຄົງສະຫະປະຊາຊາດສະແດງຄວາມວິຕົກກັງວົນຕໍ່ແຜນການສ້າງຕັ້ງເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ - ảnh 1ເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ
(ພາບ: AFP/TTXVN)

        ວັນທີ 20 ກຸມພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດຖະແຫຼງສະແດງ “ຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ຜິດຫວັງ” ຕໍ່ເລື່ອງແຈ້ງການວັນທີ 12 ກຸມພາ, ອິດສະຣາແອັນ ຈະກໍ່ສ້າງ ແລະ ເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຄືນໃໝ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ. 15 ສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດ ເປັນເອກະພາບຕໍ່ຖະແຫຼງການໂດຍຊີ້ແຈ້ງວ່າ: “ສະພາຄວາມໝັ້ນຄົງສະຫະປະຊາຊາດ ຢ້ຳຄືນເລື່ອງ ອິດສະຣາແອັນ ສືບຕໍ່ດຳເນີນບັນດາການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ດັ່ງກ່າວແມ່ນການຍູ້ແງ່ຫວັງກ່ຽວກັບມາດຕະການແກ້ໄຂ 2 ລັດ ບົນພື້ນຖານບັນດາເສັ້ນຊາຍແດນທີ່ໄດ້ຮັບຮູ້ແຕ່ປີ 1967 ຕົກເຂົ້າສູ່ໄພນາບຂູ່”.

        ສ່ວນຝ່າຍ ອິດສະຣາແອັນ, ທ່ານນາຍົກລັດຖະມົນຕີ Benjamin Netanyahu ຖືວ່າ, ຄຳຖະແຫຼງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່າວປະນາມການເຄື່ອນໄຫວຕັ້ງຖິ່ນຖານຄົງທີ່ຂອງ ອິດສະຣາແອັນ ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ ແມ່ນ “ເຈດຕະນາຝ່າຍດຽວ”, ພ້ອມທັງຕຳໜິຕິຕຽນ ອາເມລິກາ ເຂົ້າຮ່ວມການກະທຳນີ້.

ຕອບກັບ

ຂ່າວ/ບົດ​ອື່ນ