ສະພາຄວາມໝັ້ນຄົງແຫ່ງຊາດສ.ເກົາຫຼີ ຈັດກອງປະຊຸມດ່ວນພາຍຫຼັງເຫດຍິງວັດຖຸບິນຄັ້ງໃໝ່ຂອງສປປ.ເກົາຫຼີ

(VOVWORLD) -ວັນທີ 16 ສິງຫາ, ທຳນຽບປະທານາທິບໍດີສ.ເກົາຫຼີ (ເຮືອນຂຽວ) ແຈ້ງວ່າ, ສະພາຄວາມໝັ້ນຄົງແຫ່ງຊາດສ.ເກົາຫຼີ ໄດ້ຈັດກອງປະຊຸມດ່ວນພາຍຫຼັງເຫດຍິງວັດຖຸບິນຄັ້ງຫຼ້າສຸດຂອງສປປ.ເກົາຫຼີ.

ສະພາຄວາມໝັ້ນຄົງແຫ່ງຊາດສ.ເກົາຫຼີ ຈັດກອງປະຊຸມດ່ວນພາຍຫຼັງເຫດຍິງວັດຖຸບິນຄັ້ງໃໝ່ຂອງສປປ.ເກົາຫຼີ - ảnh 1ເຫດຍິງວັດຖຸບິນຄັ້ງຫຼ້າສຸດຂອງສປປ.ເກົາຫຼີ

(ພາບ: YONHAP/TTXVN)

ຄະນະປະຈຳການຂອງສະພາດັ່ງກ່າວເລີ່ມຈັດກອງປະຊຸມໃນເວລາ 9 ໂມງໃນຕອນເຊົ້າຂອງວັນດຽວກັນ, ໂດຍທ່ານທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ Chung Eui yong ເປັນປະທານ. ໃນຂະນະນັ້ນ, ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ກໍ່ໄດ້ຮັບການລາຍງານກ່ຽວກັບສະພາບການທີ່ກ່ຽວຂ້ອງ.

        ກ່ອນໜ້ານັ້ນ, ກອງທັບສ.ເກົາຫຼີ ໄດ້ແຈ້ງວ່າ, ສປປ.ເກົາຫຼີ ໄດ້ຍິງວັດຖຸບິນທີ່ຍັງບໍ່ທັນໄດ້ຮັບການຮັບຮອງໄປທາງທະເລຍີ່ປຸ່ນ. ຕາມສະພາເສນາທິການໃຫຍ່ກຳລັງທະຫານປະສົມສ.ເກົາຫຼີ ແລ້ວ, ບັນດາວັດຖຸບິນ ແມ່ນໄດ້ຍິງຈາກເທດສະບານເມືອງ Tongchon ຢູ່ແຂວງ Kangwon ໃນຮຸ່ງເຊົ້າວັນດຽວກັນ. ປະຈຸບັນ, ຍັງບໍ່ທັນມີຂໍ້ມູນຂ່າວລະອຽດກ່ຽວກັບເຫດການຍິງດັ່ງກ່າວຄື ປະເພດຂອງວັດຖຸບິນ, ໄລຍະຍິງ ແລະ ຄວາມສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ