ສະພາຕ່ຳ ອັງກິດ ຮັບຮອງເອົາກົດໝາຍວ່າດ້ວຍການສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງ

(VOVWORLD) - ດ້ວຍບັດສະໜັບສະໜູນ 327 ບັດ ເມື່ອທຽບໃສ່ບັດຄ້ານ 299 ບັດ, ສະພາຕ່ຳ ອັງກິດ ໄດ້ປ່ອນບັດຮັບຮອງເອົາຮ່າງກົດໝາຍວ່າດ້ວຍການສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງຢ່າງເປັນທາງການ, ພ້ອມກັນນັ້ນ ກໍ່ປ່ອນບັດປະຕິເສດຄວາມຮຽກຮ້ອງຕ້ອງການຈັດຕັ້ງການເລືອກຕັ້ງທົ່ວປະເທດກ່ອນກຳນົດເວລາໃນວັນທີ 15 ຕຸລາ ຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson.

ກ່າວຄຳເຫັນພາຍຫລັງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ Brexit ບໍ່ມີຂໍ້ຕົກລົງ ຖືກສະພາຕ່ຳອັງກິດ ຮັບຮອງເອົາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ຖະແຫຼງວ່າ ສິ່ງດັ່ງກ່າວນີ້ ໝາຍຄວາມວ່າເລື່ອງຢຸດຕິທຸກການເຈລະຈາກັບ ອີຢູ ແລະ ມອບສິດຄວບຄຸມໃຫ້ສະຫະພາບ ເອີຣົບ. ທ່ານ Boris Johnson ກໍ່ຢ້ຳຄືນຄວາມຮຽກຮ້ອງຕ້ອງການຈັດການເລືອກຕັ້ງກ່ອນວັນເວລາກຳນົດ ແມ່ນວັນທີ 15 ຕຸລາ ແລະ ຢັ້ງຢືນວ່າ ຖ້າຫາກກາຍວັນເວລາດັ່ງກ່າວນັ້ນ ແລະ ທ່ານຍັງຄົງແມ່ນນາຍົກລັດຖະມົນຕີ ອັງກິດ, ປະເທດ ອັງກິດ ຈະຖອນຕົວອອກຈາກ ອີຢູ ໃນວັນທີ 31 ຕຸລາ ໃນທຸກກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ