ສະພາຕຳ່ ອາເມລິກາ ຮັບຮອງເອົາຮ່າງກົດໝາຍເປີດກ້ວາງກຳນົດເວລາຊຳລະໜີ້ສິນ

ສະພາຕຳ່ ອາເມລິກາ ຮັບຮອງເອົາຮ່າງກົດໝາຍເປີດກ້ວາງກຳນົດເວລາຊຳລະໜີ້ສິນ - ảnh 1
ກອງປະຊຸມຂອງສະພາຕຳ່ ອາເມລິກາ
(ພາບປະກອບ)

(vovworld) - ວັນ​ທີ 23/1, ດ້ວຍບັດ​​ເຫັນ​ດີ 285 ບັດ ​ແລະ ບັດ​ຄັດຄ້ານ 144 ບັດ, ສະພາ​ຕຳ່​ ອາ​ເມ​ລິ​ກາ ​ໄດ​້ຮັບຮອງ​ເອົາ​ຮ່າງ​ກົດ​ໝາຍ​ເພື່ອ​ແນ​ໃສ່​ເປີດກ້ວາງ​​ກຳນົດ​ເວລາ​ຊຳລະ​ໜີ້​ສິນ​ຮອດ​ວັນ​ທີ 19/5, ພ​້ອມທັງ​ອະນຸຍາດ​ໃຫ້​ລັດຖະບານ​​ສະຫະລັດ ສືບ​ຕໍ່​ແກ້​ໄຂ​​ບ້ວງ​​​ຊຳລະໜີ້​ສິນ. ມາດ​ຕະການ​ດັ່ງກ່າວ ​ໂດຍ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ພັກສາ​ທາ​ລະນະ​ລັດ ທີ່​ສະພາ​ຕຳ່ ສະ​ເໜີ, ຈະ​ແກ້​ໄຂ​ວິ​ກິດ​ການ​ບໍ່​ສາມາດ​ຊຳລະ​ໜີ້​ສິນ​ໄດ້, ພ້ອມ​ທັງ​ຈັດຕາຕະລາງ​ໃຫ້​ການ​ປຶກສາ​ຫາລື ກ່ຽວ​ກັບ​ງົບປະມານ​ຂອງ​ລັດຖະບານ ອາ​ເມ​ລິ​ກາ ​ໄລຍະ​ຕໍ່​ໄປ. ທ່ານ Harry Reid, ຫົວໜ້າ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ຂຶ້ນ​ກັບ​ພັກ​ປະຊາທິປະ​ໄຕ ​ເຊິ່ງ​ກວມ​ທີ່​ນັ່ງຈຳນວນ​ຫຼາຍ​ຢູ່​ສະພາ​ສູງ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ ສະພາ​ສູງຈະ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ດັ່ງກ່າວ​ໂດຍ​ໄວ ​ແລະ ຍື່ນ​ສະ​ເໜີ​ຮ່າງ​ກົດໝາຍ​ດັ່ງກ່າວ​ຂຶ້ນ​ທຳນຽບຂາວ ​ເພື່ອ​ໃຫ້​ປະທານາທິບໍດີ Barak Obama ​ໃຫ້​ສັດຕະຍາບັນ​ເປັນ​ກົດ​ໝາຍ.

ຂ່າວ/ບົດ​ອື່ນ