ສະພາຕ່ຳອາເມລິກາຮັບຮອງເອົາຮ່າງກົດໝາຍເພີ່ມທະວີການລົງໂທດສປປ.ເກົາຫຼີ

(VOVWORLD) -ວັນທີ 24 ຕຸລາ, ສະພາແຫ່ງຊາດອາເມລິກາ ໄດ້ຮັບຮອງເອົາຮ່າງກົດໝາຍເພີ່ມທະວີການລົງໂທດຕໍ່ສປປ.ເກົາຫຼີ ທີ່ກ່ຽວຂ້ອງເຖິງໂຄງການອາວຸດນິວເຄຼຍ ຂອງພຽງຢາງ
ສະພາຕ່ຳອາເມລິກາຮັບຮອງເອົາຮ່າງກົດໝາຍເພີ່ມທະວີການລົງໂທດສປປ.ເກົາຫຼີ - ảnh 1 (ພາບປະກອບ: AFP/TTXVN)

ດ້ວຍບັດເຫັນດີ 415 ບັດ, ບັດຂາວ 2 ບັດ, ພ້ອມທັງເຊີດຊູ Otto Warmbier - ເຊິ່ງເປັນພົນລະເມືອງອາເມລິກາ ຖືກເສຍຊີວິດພາຍຫຼັງທີ່ສປປ.ເກົາຫຼີ ຈັບຕົວ. ຮ່າງກົດໝາຍມີຊື່ວ່າ “ກົດໝາຍ Otto Warmbier ກ່ຽວກັບການລົງໂທດໂຄງການນິວເຄຼຍສປປ.ເກົາຫຼີ” ເພື່ອແນໃສ່ຈຸດປະສົງຕັດບັນດາການພົວພັນຂອງພຽງຢາງ ກັບລະບົບເງິນຕາສາກົນ. ຮ່າງກົດໝາຍໄດ້ຮຽກຮ້ອງໃຫ້ກະຊວງການເງິນອາເມລິກາ ປິດລ້ອມບັນດາບັນຊີເງິນຝາກຢູ່ອາເມລິກາ ຂອງບັນດາອົງການການເງິນ ແລະ ບໍລິສັດທີ່ທຳມາຫາກິນກັບພຽງຢາງ, ລວມທັງການຈ້າງບັນດາຄົນງານສປປ.ເກົາຫຼີ ຢູ່ຕ່າງປະເທດ. ແລະກໍ່ໃນວັນດຽວກັນ, ສະມາຊິກລັດຖະສະພາອາເມລິກາ 16 ທ່ານຂຶ້ນກັບກຳມາທິການການຕ່າງປະເທດສະພາຕ່ຳອາເມລິກາ ໄດ້ຝາກຈົດໝາຍເຖິງທ່ານລັດຖະມົນຕີການຕ່າງປະເທດ Rex Tillerson, ໃນນັ້ນຮຽກຮ້ອງໃຫ້ທ່ານ Tillerson ນຳໃຊ້ສິດອຳນາດຂອງຜູ້ນຳຂະແໜງການທູດອາເມລິກາ ເພື່ອນຳສປປ.ເກົາຫຼີ ກັບຄືນສູ່ບັນຊີລາຍຊື່ “ບັນດາປະເທດຊ່ວຍເຫຼືອກໍ່ການຮ້າຍ”. ຄາດວ່າ, ໃນອາທິດນີ້, ສະພາແຫ່ງຊາດອາເມລິກາ ຈະປ່ອນບັດກ່ຽວກັບບັນດາມາດຕະການລົງໂທດໃໝ່ແນໃສ່ສປປ.ເກົາຫຼີ ແລະ ອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ