ສະພາບການບໍ່ມີທາງອອກຢູ່ອາບການິສະຖານ

(vovworld) - ຄວາມ​ໝັ້ນຄົງ​ຢູ່​ອາບ​ກາ​ນິສະຖານ ຍາມ​ໃດ​ກໍ່​ແມ່ນ​ບັນຫາ​ທີ່​ກໍ່​ຄວາມ​ວິຕົກ​ກັງວົນ​ໃຫ້​ແກ່​ປະຊາ​ຄົມ​ໂລກ, ນັບ​ທັງ​ເວລາ​ທີ່​ທະຫານ​ອາ​ເມ​ລິ​ກາ ​ແລະ ກຳລັງ​ໜູນ​ຊ່ວຍ​ຄວາມ​ໝັ້ນຄົງ​ສາກົນ (ISAF) ພວມ​ມີໜ້າ​ຢູ່​ປະ​ເທດ​ນີ້. ​ເມື່ອກຳລັງ​ທະຫານ​ປະສົມຂອງ NATO ຄາດ​ວ່າ​ຈະ​ຖອນ​ອອກ​ຈາກ​ອາບ​ກາ​ນິສະຖານ​ໃນ​ປີ 2014, ສະພາບ​ການ​ຢູ່​ປະ​ເທດ​ນີ້​ຈະ​ຄື​ແນວ​ໃດ? ​ໃນ​ຂະນະທີ່ໄລຍະ​ມໍ່ໆ​ມາ​ນີ້, ​ບັນດາເຫດ​ວາງ​ລະ​ເບີດ, ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍຂອງ​ທະຫານ​ແຕກ​ທັບ Taliban, ​ແລະ ພວກ​ກໍ່​ການ​ຮ້າຍ Ak-Qaeda ນັບ​ມື້​ນັບ​ເພີ່ມ​ຂຶ້ນ ນັບ​ທັງ​ດ້ານ​ຈຳນວນ ​ແລະ ຂອບ​ຂະໜາດ, ອັນ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ພໍ​ສົມຄວນ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ນີ້.

        ວັນ​ທີ 8/10, ກຸ່ມ​ຄົ້ນ​ຄ້ວາ​ກໍ່​ການ​ຮ້າຍ​ສາກົນ (ICG) ​ໄດ້​ປະກາດ​ບົດ​ລາຍ​ງານ​ທີ່​ມີ​ຫົວ​ຂໍ້​ວ່າ: ”ອາບ​ກາ​ນິສະຖານ: ​ຄວາມຫຍຸ້ງຍາກອັນ​ຍາວ​ນານ​ເຖິງ​ໄລຍະ​ຂ້າມ​ຜ່ານ 2014” ກຸ່ມ​ດັ່ງກ່າວ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ລັດຖະບານ Kabul ມີ​ໄພ​ລົ້ມ​ລະລາຍພາຍຫຼັງ​ທີ່ NATO ຖອນ​ກຳລັງ​ທະຫານ​ອອກ​ຈາກ​ປະ​ເທດ​ນີ້​ໃນ​ປີ 2014, ພິ​ເສດ​ເມື່ອ​ມີ​ການ​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ປີ​ດຽວ​ກັນ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 7/10, ສຸນ​ຄົ້ນ​ຄ້ວາ​ສາກົນ Carnegie ກໍ່​ໄດ້​ກ່າວ​ເຕືອນ​ວ່າ, ພາຍຫຼັງ​ປີ 2014, Taliban ຈະກຳ​ອຳນາດ​ຄືນ​ໃໝ່​ຢູ່​ອາບ​ກາ​ນິສະຖານ.

ສະພາບການບໍ່ມີທາງອອກຢູ່ອາບການິສະຖານ - ảnh 1
ບັນດາມືປືນຂອງກຳລັງTaliban ຢູ່ Afghanistan
(ພາບ: Telegraph)

        ກ່ຽວ​ກັບ​ສະພາບ​ຄວາມ​ສະຫງົບ​ຢູ່​ປະ​ເທດ​ນີ້, ວັນ​ທີ 8/10, ​ໃນ​ເຫດ​ວາງ​ລະ​ເບີດ​​ໃສ່ລົດ​ໃຫຍ່ຢູ່​ແຂວງ Helmand Fareet Ahmed, ທາງ​ພາກ​ໃຕ້​ອາບ​ກາ​ນິສະຖານ​ ນັ້ນໄດ້​ເຮັດ​ໃຫ້​ນາຍ​ທະຫານ​ສືບ​ລາຊະການລັບ ອາບ​ກາ​ນິສະຖານ 2 ຄົນ​ເສຍ​ຊີວິດ ​ແລະ ອີກ 7 ຄົນຖືກບາດ​ເຈ​ບ. ກ່ອນ​ໜ້າ​ນັ້ນ, ​ໃນ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ​ທີ່​ເລັ່ງ​ໃສ່​ຄະນະ​ລາດຕະ​ເວນຮ່ວມ​ຂອງ NATO  ​ແລະ ອາບ​ກາ​ນິສະຖານ ຢູ່​ນະຄອນ Khost ທາງ​ທິດຕາ​ເວັນ​ອອກ​ຂອງ​ອາບ​ກາ​ນິສະຖານ ​ໄດ້​ເຮັດ​ໃຫ້ 13 ຄົນ​ເສຍ​ຊີວິດ (​ໃນ​ນັ້ນ​ທະຫານ NATO ມີ 3 ຄົນ, ທະຫານ​ອາບ​ກາ​ນິສະຖານ​ມີ 4 ຄົນ) ​ແລະ 40 ຄົນ​ຖືກ​ບາດ​ເຈັບ, ອັນ​ໄດ້​ເຮັດ​ໃຫ້​ຈຳນວນ​ທະຫານ​ອາ​ເມ​ລິ​ກາ ​ທີ່​ຖືກ​ເສຍ​ຊີວິດ​ຢູ່​ສະໜາມຮົບ​ອັນ​ດຸ​ເດືອດ​ນີ້​ ຂຶ້ນ​ເຖິງ 2.000 ຄົນ. ນອກ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ​ທະຫານ​ແຕກ​ທັບ, ທະຫານ​ອາ​ເມ​ລິ​ກາ​ເວົ້າ​ສະ​ເພາະ ​ແລະ ກຳລັງ​ທະຫານ​ປະສົມ​ຢູ່​ອາບ​ກາ​ນິສະຖານ​ເວົ້າ​ລວມ​ແລ້ວ, ປະ​ເທດ​ນີ້​ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ ”ການ​ບຸກ​ໂຈມ​ຕີ​ພາຍ​ໃນ” ອີກ, ໝາຍ​ຄວາມ​ວ່າ​ບັນດາ​ສະມາຊິກ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ອາບ​ກາ​ນິສະຖານ​ ຄື​ທະຫານ ​ແລະ ຕຳຫຼວດ ​ໄດ້​ດຳ​ເນີ​ນການ​ບຸກ​ໂຈມ​ຕີໃສ່​ທະຫານ​ອາ​ເມ​ລິ​ກາ ​ແລະ ກຳລັງ​ທະຫານ​ປະສົມ. ຕາມ​ຕົວ​ເລກ​ສະຖິຕິ​ແລ້ວ, ນັບ​ແຕ່​ເກີດ​ສົງຄາມ (​ແຕ່​ວັນ​ທີ 7/10/2001) ມາ​ຮອດ​ປະຈຸ​ບັນ ​ໄດ້​ມີ​ທະຫານ​ອາ​ເມ​ລິ​ກາ ກ​ວ່າ 2.000 ຄົນ ​ແລະ ທະຫານ​ປະ​ເທດ​ຕ່າງທີ່​ເຂົ້າ​ຮ່ວມ​ກຳລັງ​ທະຫານ​ປະສົມ​ຢູ່​ອາບ​ກາ​ນິສະຖານ 1.190 ຄົນ​ເສຍ​ຊີວິດ. ຕາມ​ສະຫະ​ປະຊາ​ຊາດ​ແລ້ວ, ນັບ​ແຕ່​ປີ 2007 ​ເຖິງ​ໝົດ​ເດືອນ 8/2012, ​ໄດ້​ມີ​ສາມັນ​ຊົນ​ອາບ​ກາ​ນິສະຖານ 13.431 ຄົນ​ເສຍ​ຊີວິດ​ໃນ​ປະ​ເທດ​ຂອງ​ຕົນ. ຖ້າ​ຫາກ​ຄິດ​ໄລ່​ແຕ່​ເວລາ​ອາ​ເມ​ລິ​ກາ​ນຳ​ທະຫານ​ເຂົ້າກໍ່​ສົງຄາມ​ຢູ່​ປະ​ເທດ​ນີ້, ຈຳນວນ​ຊາວອາບ​ກາ​ນິສະຖານ ຖືກ​ເສຍ​ຊີວິດ​ໄດ້​ຂຶ້ນ​ເຖິງ 20.000 ຄົນ. ​ແຕ່​ຄວາມ​ຈິງ​ຍັງ​ມືດ​ມົວ​ກວ່າ​ຫຼາຍ ​​ເມື່ອ​ທຽບ​ໃສ່​ບັນດາ​ຕົວ​ເລກ​ທີ່​ໄດ້​ປະກາດ. ​ເຖິງ​ວ່າ​ໄດ້​​ຜັນ​ຂະຫຍາຍກຳລັງ​ທະຫານກວ່າ 130.000 ຄົນໃນ​ທົ່ວ​ປະ​ເທດ​ອາບ​ກາ​ນິສະຖານ​ແລ້ວ​ກໍ່ຕາມ, ​ແຕ່ NATO ບໍ່​ສາມາດ​ຢຸດຕິ​ການ​ລຸກ​ຮຶ້ຂຶ້ນ​ຂອງ​ກຳລັງ Taliban​ໄດ້​ເທື່ອ, ນີ້​ແມ່ນ​ການ​ປະລາ​ໄຊ​ກ່ຽວ​ກັບ​ຍຸດ​ທະ​ສາດ​ຂອງ NATO  ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າ ຢູ່ອາບ​ກາ​ນິສະຖານ.

        ກ່ຽວ​ກັບ​ທາງ​ດ້ານ​ເສດຖະກິດ - ສັງຄົມ, ອາບ​ກາ​ນິສະຖານ​ພວມກ້າວ​ໄປ​ເຖິງ​​ໄລຍະ​ດຳ​ເນີນການ​ເລືອກ​ຕັ້ງຄັ້ງ​ໃໝ່ ພາຍຫຼັງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ​ແລະ ສະພາ​ແຫ່ງ​ຊາດ​ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຫຼາຍ​ເມື່ອ​ປີ 2009 ​ແລະ 2010.  ​ແຕ່​ແທນ​ທີ່​ຈະ​ຊອກ​ຫາ​ວິທີ​ເຮັດ​ໃຫ້​ປະຊາຊົນ​ເຊື່ອ​ໝັ້ນ​ຕໍ່​ລະບົບ​ການ​ເມືອງ​ເພື່ອ​ສ້າງ​ສະຖຽນ​ລະ​ພາບ​ໃນ​ໄລຍະ​ຍາວ, ປະທານາ ທິບໍດີ Hamid Karzai ​ແລະ ຄະນະ​ລັດຖະບານ​ຂອງ​ທ່ານ​ພັດ​ຊອກ​ຫາ​ວິທີ​ສ້າງ​ພັນທະ​ມິດ​ຊົ່ວຄາວ​ ເພື່ອ​ຮັກສາ​ສິດ​ອຳນາດ, ສິ່ງ​ດັ່ງກ່າວ​ຈະ​ກໍ່​ໃຫ້​ເກີດ​ການ​ຕໍ່ສູ້​ດ້ານ​ການ​ເມືອງ ​ເຊິ່ງອາດ​ຈະ​ກາຍ​ເປັນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພາຍຫຼັງ​ທີ່ NATO ​ຖອນ​ອອກ​ຈາກ​ປະ​ເທດ​ນີ້.

        ສຳ​ຫຼັບ​ຊາວ​ອາບ​ກາ​ນິສະຖານ, ກວ່າ 10 ປີ ນັບ​ແຕ່​ອາ​ເມ​ລິ​ກາ ​ແລະ ຝ່າ​ຍຕາ​ເວັນ​ຕົກ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ ​ເພື່ອ​ໂຄ່ນ​ລົ້ມ​ລະບອບ Taliban ຢູ່​ອາບ​ກາ​ນິສະຖານ​ນັ້ນ, ຊີວິດ​ຂອງ​ເຂົາ​ເຈົ້າ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ. ຄວາມ​ຈິງ​ທີ່​ໜ້າ​ໂສກ​ເສົ້າ​ນັ້ນ​ແມ່ນ, ອາບ​ກາ​ນິສະຖານ​ພວມ​ກາຍ​ເປັນ​ສູນ​ຜະລິດ, ​ແຈກ​ຢາຍ ​ແລະ ຈຳໜ່າຍ​ຢາ​ເສບ​ຕິດ​ຂອງ​ໂລກ. ສົງຄາມ, ການ​ປະ​ທະ​ກັນ ​ໄດ້​ເຮັດ​ໃຫ້​ປະ​ເທດ​ນີ້​ຖືກ​ຊຸດ​ໂຊມ. ຄາດ​ວ່າ, ປະຈຸ​ບັນ, ອາບ​ກາ​ນິສະຖານ​ຕ້ອງການ​ເງິນ​ປະມານ 10 ຕຶ້ USD ​ຈຶ່ງ​ປະຕິບັດ​ສຳ​ເລັດ​ຂະ​ບວນວິວັດ​ແຫ່ງ​ການ​ກໍ່ສ້າງ​ປະ​ເທດ​ໄດ້.

        ສົງຄາມ​ຢູ່​ອາບ​ກາ​ນິສະຖານ ​ເກືອບ​ຄື​ວ່າ​​ບໍ່​ສາມາດຢຸດຕິ​ລົງ​ໄດ້. ​ແຕ່​ການ​ນຳ NATO ພັດ​ບໍ່​ຍອມຮັບ​ສິ່ງ​ດັ່ງກ່າວ ຫາກ​ຖືວ່າ​ກຳລັງ​ທະຫານ​ອາບ​ກາ​ນິສະຖານ​ຍັງ​ມີ​ຄວາມ​ໝັ້ນຄົງເຂັ້ມ​ແຂງຢູ່ ​ເພື່ອ​ສາມາດ​ຕ້ານ​ຄືນ​ການ​ລຸກ​ຮຶ້ຂຶ້ນ​ຕ່າງໆ​ຂອງ Taliban. ຫາງ​ສຽງ​ຖື​ວ່າ, ຄວາມ​ຫວັງ​ກໍ່ສ້າງ​ພື້ນຖານ​ປະຊາທິປະ​ໄຕ​ຢູ່​ປະ​ເທດ​ນີ້​ແມ່ນ​ຍາກ​ທີ່​ຈະ​ປະຕິບັດ​ໄດ້. ສິ່ງ​ທີ່​ເຂົາ​ເຈົ້າ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ, ນັ້ນ​ແມ່ນ​ຊີວິດ​ຂອງ​ປະຊາຊົນ​ອາບ​ກາ​ນິສະຖານ​ ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ ພ້ອມ​ກັບ​ໄພພິບັດ ​ແລະ ຄວາມ​ຢ້ານ​ກົວ.

ຕອບກັບ

ຂ່າວ/ບົດ​ອື່ນ