ສະພາບການປະທະກັນຢູ່ເຂດຕາເວັນອອກກາງ

(VOVWORLD) - ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ເຮືອບິນສູ້ຮົບຂອງກອງທັບອາກາດປະເທດນີ້ໄດ້ທຳລາຍຫຼາຍເປົ້າໝາຍ, ລວມທັງບັນດາສະຖານທີ່ຍິງລູກສອນໄຟ ພ້ອມກັບໂຄງສ້າງດ້ານການທະຫານຈຳນວນໜຶ່ງຂອງ Hezbollah
ສະພາບການປະທະກັນຢູ່ເຂດຕາເວັນອອກກາງ - ảnh 1ອິດສະຣາແອັນ ເພີ່ມທະວີການບຸກໂຈມຕີນາງອາກາດແນໃສ່ ລີບັງ
(ພາບ: Reuters)

        ໂດຍສືບຕໍ່ບັນດາການປະທະກັນທີ່ຮ້າຍແຮງຢູ່ເຂດຊາຍແດນ ອິດສະຣາແອັນ - ລີບັງ ທີ່ແກ່ຍາວເປັນເວລາກວ່າ 3 ເດືອນຜ່ານມາ, ວັນທີ 18 ມັງກອນ, ກອງທັບ ອິດສະຣາແອັນ ໄດ້ເປີດການບຸກໂຈມຕີທາງອາກາດຫຼາຍຄັ້ງ ແນໃສ່ບັນດາເຂດສຳຄັນຂອງກຳລັງ Hezbollah ຢູ່ທາງທິດໃຕ້ ລີບັງ.

        ຕາມສື່ມວນຊົນ ອິດສະຣາແອັນ ແລ້ວ, ເຮືອບິນສູ້ຮົບຂອງກອງທັບອາກາດປະເທດນີ້ໄດ້ທຳລາຍຫຼາຍເປົ້າໝາຍ, ລວມທັງບັນດາສະຖານທີ່ຍິງລູກສອນໄຟ ພ້ອມກັບໂຄງສ້າງດ້ານການທະຫານຈຳນວນໜຶ່ງຂອງ Hezbollah ໃກ້ກັບເຂດຊາຍແດນ ອິດສະຣາແອັນ. ນອກນັ້ນ, ກອງທັບອາກາດ ອິດສະຣາແອັນ ກໍ່ຖີ້ມລະເບີດໃສ່ສະຖານທີ່ບາງແຫ່ງເຊິ່ງ Hezbollah ໄດ້ນຳໃຊ້ເພື່ອຍິງລູກສອນໄຟເຂົ້າເຂດດິນແດນຂອງ ອິດສະຣາແອັນ. ເຖິງຢ່າງໃດກໍ່ຕາມ, ບັນດາແຫຼ່ງຂ່າວຂອງ ອິດສະຣາແອັນ ບໍ່ໃຫ້ຮູ້ກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບໃນບັນດາເຫດບຸກໂຈມຕີດັ່ງກ່າວ.

        ກໍ່ກ່ຽວຂ້ອງເຖິງເຂດ ກາຊາ, ວັນທີ 18 ມັງກອນ, ລັດຖະສະພາ ເອີລົບ ໄດ້ຮັບຮອງເອົາມະຕິສະບັບໜຶ່ງທີ່ຮຽກຮ້ອງການຢຸກຍິງໂດຍຖາວອນຢູ່ເຂດ ກາຊາ ພາຍຫຼັງທີ່ຕົວປະກັນທັງໝົດໄດ້ຮັບການປ່ອຍຕົວໃນທັນທີ ແລະ ບໍ່ມີເງື່ອນໄຂຫຍັງໝົດ, ພ້ອມທັງຍຸບເລີກອົງການ Hamas. ໃນຂະນະນັ້ນ, ບັນດາປະເທດ ອາຣັບ ກໍ່ພວມຮ່ວມມືເພື່ອຊຸກຍູ້ຄຳສັ່ງຢຸດຍິງໃນສົງຄາມຢູ່ເຂດ ກາຊາ, ດ້ວຍເປົ້າໝາຍປ່ອຍຕົວປະກັນຊາວ ອິດສະຣາແອັນ ຈຳນວນໜຶ່ງ, ສືບຕໍ່ດຳເນີນວິວັດການຫັນການພົວພັນກັບ Tel Aviv ເປັນປົກກະຕິ ແລະ ສ້າງລັດ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ