ສະພາບການຢູ່ອີຢີບ ພາຍຫຼັງທີ່ທ່ານ Adli Mansour ສາບານຕົວຮັບດຳລົງ ຕຳແໜ່ງເປັນປະທາ ນາທິບໍດີຊົ່ວຄາວ

ສະພາບການຢູ່ອີຢີບ ພາຍຫຼັງທີ່ທ່ານ Adli Mansour ສາບານຕົວຮັບດຳລົງ ຕຳແໜ່ງເປັນປະທາ ນາທິບໍດີຊົ່ວຄາວ - ảnh 1

(ພາບ:thanhnien.com)

(vovworld)- ວັນ​ທີ 4/7, ທ່ານ Adli Mansour ຫົວໜ້າສານ​ລັດຖະທຳ​ມະນູນ​ສູງສຸດ​ອີ​ຢີບ ​ໄດ້​ດຳ​ເນີນພິທີສາບານ​ຕົວ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນປະທານາທິບໍດີ​ຊົ່ວ​ຄາວຂອງ​ປະ​ເທດ​ອາ​ຟຼິກກາ​ເໜືອນີ້. ນະ​ພິທີ, ທ່ານ Adli Mansour ​ໄດ້​ໃຫ້​ຄຳໝັ້ນສັນຍາວ່າ “ຈະ​ຮັກສາ​ພື້ນຖານ​ສາທາ​ລະ​ນະ​ລັດ, ​ເຄົາລົບ​ລັດຖະທຳ​ມະນູນ, ກົດໝາຍ ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ ປຊຊ”. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງກາຍ​ໂຣ ພາຍຫຼັງສາບານ​ຕົວ​ດຳລົງ​ຕຳ​ແໜ່​ງ, ທ່ານ Adli Mansour  ຢືນຢັນ​ວ່າ:  ອົງການ​ອ້າຍ​ນ້ອງ​ຊາວ​ມຸດ​ສະ​ລິ​ມ ​ໄດ້​ຮັບ​ຄຳ​ເຊີນ​ເຂົ້າຮ່ວມ​ວິວັດ​ການ​ສ້າງສາ​ປະ​ເທດ​ຊາດ ​ແຕ່​ໃນ​ທັນ​ທີ່, Sheikh Abdel Rahman al Barr ສະມາຊິກ​ຂັ້ນສູງຂອງ​ອົງການ​ນີ້​ພັດ​ປະກາດ​ວ່າອົງການນີ້​ຈະ​ບໍ່​ຮ່ວມ​ມື​ກັບ​ອຳນາດ​ການ​ປົກຄອງ​ທີ່ໄດ້ຢຶດ​ເອົາສິດຂອງ ປະທານາທິບໍດີ​ Mohamed Morsi. ອົງການ​ນີ້​ກໍ່​ຮຽກຮ້ອງ​ໃຫ້​ຜູ້​ສະໜັບສະໜູນ​ຈົ່ງ​ລະງັບ​ໃຈ, ຫລີກ​ເວັ້ນ​ການ​​ກະທຳໃຊ້​ຄວາມ​ຮຸນ​ແຮງ.

   ປະຈຸ​ບັນ, ຫາງ​ສຽງ​ສາກົນ​ສືບ​ຕໍ່​ມີ​ປະຕິກິ​ລິ​ຍາ​ຕໍ່​ບັນດາ​ການ​ຜັນ​ແປ່​ໃໝ່​ໃນ​ເວທີ​ການ​ເມືອງອີ​ຢີບ. ວັນ​ທີ 4/7, ລັດຖະບານ​ຊີ​ຣີ ຊົມ​ເຊີຍ​ເລື່ອງ​ກອງທັບ​ອີ​ຢີບ ປົດ​ຕຳ​ແໜ່​ງປະທານາທິບໍດີ​ Mohamed Morsi ​ແລະ ຢືນຢັນ​ວ່າ​: “​ການຫັນ​ປ່ຽນ​​ຢ່າງ​ຂ້ຽວຂາດ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຮັກສາ​ພື້ນຖານ​ປະຊາທິປະໄຕຢ່າງ​ເດດ​ດ່ຽວ” ຢູ່ອີ​ຢີບ. ບັນດາ​ປະ​ເທດ​ອູ​ໃນ​ເຕບ ອາຣັບ ​ເອມມີ​ເລດ (UAE) ຊົມ​ເຊີຍ​ຂໍ້​ຕົກລົງປົດ​ຕຳ​ແໜ່​ງປະທານາທິບໍດີ​ Mohamed Morsi ​ແລະ ຖື​ວ່າ: ນີ້​ແມ່ນ​ມາດ​ຕະການ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຂາດ​ສະຖຽນລະ​ພາບ​ຢູ່ປະ​ເທດ​ອາ​ຟຼິກກາ​ເໜືອນີ້. ສ່ວນ​ທ່ານ​ເລຂາທິການ​ໃຫ່ຍ ສປຊ ບານ​ກີ​ມູນ ຖື​ວ່າ: ອຳນາດ​ການ​ປົກຄອງ​ພົນລະ​ເຮືອນ​ຢູ່​ອີ​ຢີບ “ຄວນ​ໄດ້​ຮັບ​ການ​ຟື້ນ​ຕົວ​ຍິ່ງ​ໄວ​ກໍ່​ຍິ່ງ​ດີ” ​ແລະ ຄະນະ​ການ​ນຳ​ໃນ​ອະນາຄົດ​ຂອງ​ປະ​ເທດ​ນີ້ ຕ້ອງ​ສອ່ງ​ແສງ​ຄວາມ​ມຸ່ງມາດ​ປາດ​ຖະໜາ​ຂອງ​ປະຊາຊົນ.

 

 

 

 

 

 

ຂ່າວ/ບົດ​ອື່ນ