ສະພາບການລົງທຶນໂດຍກົງຂອງຕ່າງປະເທດ ຢູ່ຫວຽດນາມນັບແຕ່ຕົ້ນປີ ມາຮອດປະຈຸບັນ
(ພາບ : http://hn.24h.com.vn)
ນັບແຕ່ຕົ້ນປີມາຮອດປະຈຸບັນ, ໄດ້ມີ 52 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນຢູ່ຫວຽດນາມ. ໃນນັ້ນ, ຮົງກົງໄດ້ນຳໜ້າ ດ້ວຍຍອດເງິນລົງທຶນຈົດທະບຽນໃໝ່ ແລະ ເພິ່ມຕື່ມບັນລຸກ່ວາ 3 ຕື້ ໂດລາສະຫະລັດ. ຍີ່ປູ່ນຢືນອັນດັບທີ່ 2 ດ້ວຍຍອດເງິນລົງທຶນຈົດທະບຽນໃໝ່ ແລະ ເພິ່ມຕື່ມບັນລຸກ່ວາ 2 ຕື້ 100 ລ້ານ ໂດລາສະຫະລັດ, ສິງກາໂປ ຢືນອັນດັບທີ່ 3 ດ້ວຍຍອດເງິນລົງທຶນຈົດທະບຽນໃໝ່ ແລະ ເພິ່ມຕື່ມແມ່ນເກືອບ 1 ຕື້ 600 ລ້ານ ໂດລາສະຫະລັດ. ບັນດາເຂດດຶງດູດແຫຼ່ງເງິນລົງທຶນ FDI ຫຼາຍທີ່ສຸດແມ່ນ: ຫາຍເຢືອງ, ນະຄອນໂຮ່ຈີມິນ, ຮ່າໂນ້ຍ ແລະ ບ່າເຣ້ຍ - ຫວູງເຕົ່າ. ຕາມທ່ານ ໂດ໊ຍືດຮ່ວາງ, ຫົວໜ້າກົມລົງທຶນຕ່າງປະເທດ ຂຶ້ນກັບກະຊວງແຜນການ ແລະ ການລົງທຶນແລ້ວ, ໃນສະພາວະສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຫຼຸດຜ່ອນການລົງທຶນແຫ່ງລັດນັ້ນ, ເງິນລົງທຶນຈາກຕ່າງປະເທດແມ່ນແຫຼ່ງກຳລັງສຳຄັນທີ່ສຸດເພື່ອພັດທະນາປະເທດຊາດ. ຫວ່າງແລ້ວນີ້, ລັດຖະບານໄດ້ອອກ ຄຳສັ່ງເລກທີ່ 1617 ກ່ຽວກັບການເພິ່ມທະວີການປະຕິບັດ ແລະ ປັບປຸງວຽກງານຄຸ້ມຄອງລົງທຶນໂດຍກົງຂອງຕ່າງປະເທດໃນໄລຍະທີ່ຈະມາເຖິງ. ຕາມນັ້ນແລ້ວ, ໄດ້ດັດປັບບັນດານະໂຍບາຍທີ່ກ່ຽວຂ້ອງເຖິງການລົງທຶນ, ແກ້ໄຂບັນດາບັນຫາ ທີ່ຮ້ອນເຮັງພວມເປັນສິ່ງກີດຂວາງເລື່ອງດຶງດູດການລົງທຶນຈາກຕ່າງປະເທດເຂົ້າຫວຽດນາມ. ພ້ອມກັນນັ້ນ, ກະຊວງແຜນການ ແລະ ການລົງທຶນ ຍັງຈະມີບັນດາມາດຕະການຕ່າງໆ ເພື່ອໜູນຊ່ວຍບັນດາວິສາຫະກິດຕ່າງປະເທດ ໃນວິວັດການລົງທຶນ ດຳເນີນທຸລະກິດຢູ່ຫວຽດນາມ.