ສະພາບການເລືອກຕັ້ງຢູ່ ອາເມລິກາ

ສະພາບການເລືອກຕັ້ງຢູ່ ອາເມລິກາ - ảnh 1
ປະທານາທິບໍດີ Barack Obama ແລະ ຄູ່ແຂ່ງ Mitt Romey
ພາບ: SGGP


(vovworld) - ວັນທີ 17/10, ພາຫະນະສື່ມວນຊົນທັງ​ໝົດ ຢູ່ ອາເມລິກາ ລ້ວນແຕ່ອອກຂ່າວ ແລະ ມີບົດຂຽນວິຈານກ່ຽວກັບ​ການໂຕ້​ວາທີ​ໂດຍ​ກົງ​​ເທື່ອ​ທີ 2 ດ້ວຍ​ການ​ສັງ​ເກດ​ລວມຖື​ວ່າ: ປະທານາທິບໍດີ Barack Obama ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ປະຊາທິປະ​ໄຕ ຍາດ​ໄດ້​ການ​ສະຫນັບສະຫນູນ​ຫລາຍ​ກວ່າ​​ເມື່ອ​ທຽບ​ກັບ ທ່ານ Mitt Romey ​ຄູ່​ແຂ່ງ​ສັງກັດພັກສາ​ທາ​ລະນະ​ລັດ. ໝາກຜົນ​ສຳ​ຫລວດ​ທີ່​ປະກາດ​​ໃນ​ວັນ​ທີ 17/10 ຂອງ​ຊ່ອງ​​ໂທລະພາບ CNN/ORC International ​ໃຫ້​ຮູ້​ວ່າ ມີ​ 46% ຈຳນວນຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້ຕິ​ດຕາມ​ການໂຕ້​ວາທີ​ ​ຖື​ວ່າ: ທ່ານ Obama ຍາດ​ໄດ້​ທ່າ​ຂາດ​ຂັ້ນ​ໃນ​ການ​ໂຕ້​ວາທີ​ເມື່ອ​ຕອນ​ຄຳ່​ວັນ​ທີ 16/10 ຢູ່ ມະຫາວິທະຍາ​ໄລ Hofstra ຢູ່ ລັດ​ນິວຢອກ ​ເມື່ອ​ທຽບ​ກັບ ຈຳນວນ 39% ຄຳ​ເຫັນ​​ແມ່ນ​ປ່ອນ​ບັດ​ສະໜັບສະຫນູນ​​ທ່ານ Romney. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ເກືອບ​ເຄິ່ງຫນຶ່ງ​ໃນຈຳນວນ ຜູ້​ມີ​ສິດ​ເລືອກ​ຕັ້ງ​ 457 ຄົນຖືກ​ຖາມ​ໄດ້​ເວົ້າ​ວ່າ ໝາກຜົນ​ການ​ໂຕ້​ວາທີ​ບໍ່​ເຮັດ​ໃຫ້​ເຂົາ​ເຈົ້າ​ສະຫນັບສະຫນູນ​ທ່ານ​​ໃດ​ຢ່າງ​ແນ່ນອນ.  ມີ 60% ຈຳນວນ​ຜູ້​ຖືກ​ຖາມ​ຖື​ວ່າ: ປະທານາທິບໍດີ Obama ​ໄດ້​ອະພິປາຍດີເກີນຄາດ.

 

 

ຂ່າວ/ບົດ​ອື່ນ