ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometeres.info ແລ້ວ, ໄລ່ຮອດເວລາ 22 ໂມງຂອງວັນທີ 5 ພຶດສະພາ (ຕາມເວລາ ຫວຽດນາມ), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 155,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,2 ລ້ານຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການປິ່ນປົວຢູ່ ອິນເດຍ (ພາບ: THX/TTXVN)

ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອ ແມ່ນ 33,3 ລ້ານຄົນ ໃນນັ້ນມີຜູ້ເສຍຊີວິດກ່ວາ 593.000 ຄົນ.

        ຈຸດຮ້ອນຂອງໂລກລະບາດໃນປັດຈຸບັນ ຍັງຄົງແມ່ນ ອິນເດຍ ເມື່ອປະເທດອາຊີໃຕ້ນີ້ ພວມເຫັນປະຈັກຕາຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ ກ່ວາ 410.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນເກືອບ 4.000 ຄົນ/ວັນ. ປັດຈຸບັນ, ຍອດຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ອິນເດຍ ຫຼາຍກ່ວາ 21 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 230.000 ຄົນ.

        ວົງການເຈົ້າໜ້າທີ່ອິນເດຍ ໄດ້ກ່າວເຕືອນວ່າ ປະເທດນີ້ຈະຕ້ອງການໄດ້ຮັບການໜູນຊ່ວຍທາງການແພດໃນໄລຍະຈະມາເຖິງ ເພື່ອກຽມພ້ອມການຮັບມືກັບກະແສເກີດໂລກລະບາດໃໝ່ ທີ່ອາດຈະເກີດຂຶ້ນ. ທ່ານ K. Vijay Raghavan, ທີ່ປຶກສາດ້ານວິທະຍາສາດໃຫ້ແກ່ ລັດຖະບານ ອິນເດຍ ໄດ້ຢັ້ງຢືນວ່າ ກະແສແຜ່ລະບາດຄັ້ງທີ 3 ຂອງ ໂລກລະບາດແມ່ນ ບໍ່ອາດສາມາດຫຼີກລ້ຽງໄດ້ ຍ້ອນການແຜ່ລະບາດຢູ່ໃນລະດັບສູງ, ແຕ່ບໍ່ຮູ້ໄດ້ຢ່າງຈະແຈ້ງວ່າ ຍາມໃດກະແສນີ້ ຈະເກີດຂຶ້ນ. ເພາະສະນັ້ນ, ອິນເດຍ ຕ້ອງກະກຽມໃກ້ແກ່ບັນດາກໍລະນີດັ່ງກ່າວ.

ສ່ວນຢູ່ຫວຽດນາມ, ວັນທີ 6 ພຶດສະພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 8 ຄົນ ຊຶ່ງແມ່ນຄົນເຈັບທີ່ພວມໄດ້ຮັບການປິ່ນປົວຢູ່ໂຮງໝໍເຂດຮ້ອນສູນກາງ ສາຂາ ດົ່ງແອັງ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ ໂຮງໝໍນີ້ ຂຶ້ນເຖິງ 22 ຄົນ.

ໄລ່ຮອດເວລາ 6 ໂມງຂອງວັນທີ 6 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 3030 ຄົນ, ໃນນັ້ນມີ 1634 ຄົນຕິດເຊື້ອພາຍໃນປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ