ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 10 ມິຖຸນາ (ຕາມເວລາ UTC), ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 175,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 3,8 ລ້ານຄົນ.
ສະ​ພາບ​ການ​ໂລ​ກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ຈຳນວນຜູ້ຕິດເຊື້ອຢູ່ ອິນເດຍນັບມື້ນັບເພີ່ມຂຶ້ນສູງ (ພາບ: Straitstimes)

ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດ ດວ້ຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34,2 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 613.000 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

ວັນທີ 10 ມິຖຸນາ, ກ່ອນດຳເນີນກອງປະຊຸມສຸດຍອດ G7 ທີ່ໄດ້ດຳເນີນໃນວັນທີ 11 ມິຖຸນາ, ອັງກິດ ຊຶ່ງເປັນປະທານເຈົ້າພາບຈັດຕັ້ງກອງປະຊຸມ, ໃຫ້ຮູ້ວ່າ ບັນດການນຳຂອງກຸ່ມນີ້ ຈະເຫັນດີເປັນເອກະພາບເປີດກວ້າງການຜະລິດວັກຊິນກັນໂຄວິດ - 19 ໃນທົ່ວໂລກ ເພື່ອສະໜອງວັກຊິນຢ່າງໜ້ອຍສຸດ 1 ຕື້ ໂດສ ໃຫ້ແກ່ໂລກ ຜ່ານບັນດາກົນໄກແບ່ງປັນ ແລະ ອຸປະຖຳ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 12 ໂມງ ຫາເວລາ 18 ໂມງຂອງວັນທີ 11 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 63 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 9.980 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 3.804 ຄົນ, 57 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ