ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກກວ່າ 380.000 ຄົນ ແລະ ມີເກືອບ 9.000 ຄົນ ເສຍຊີວິດ. ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ອາເມລິກາ ສືບຕໍ່ມີສັນຍານຫຼຸດລົງ ແລະ ຈຳນວນຜູ້ເສຍຊີວິດ ຢູ່ ອິນເດຍ ກໍໄດ້ຫຼຸດລົງຢ່າງເຫັນໄດ້ຊັດ. 

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ມິຖຸນາ (ຕາມເວລາ UTC), ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 178 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 3,8 ລ້ານຄົນ. ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກກວ່າ 380.000 ຄົນ ແລະ ມີເກືອບ 9.000 ຄົນ ເສຍຊີວິດ. ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ອາເມລິກາ ສືບຕໍ່ມີສັນຍານຫຼຸດລົງ ແລະ ຈຳນວນຜູ້ເສຍຊີວິດ ຢູ່ ອິນເດຍ ກໍໄດ້ຫຼຸດລົງຢ່າງເຫັນໄດ້ຊັດ. ໃນຂະນະນັ້ນ, ບຣາຊິນ, ປະເທດຢືນອັນດັບທີ 3 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ສືບຕໍ່ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກເປັນຈຳນວນຫຼາຍ, ເກືອບ 86.000 ຄົນ ໃນຮອບເວລາ 24 ຊົ່ວໂມງ.

ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ການເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ - 19 ຢູ່ ແຂວງ ຮ່າຕິງ, ຫວຽດນາມ (ພາບ: TTXVN)
  ຢູ່ ອາຊີຕາເວັນອອກສ່ຽງໃຕ້, ລາວ ໃຫ້ຮູ້ວ່າ ຈະອອກໃບຢັ້ງຢືນການສັກວັກຊິນກັນພະຍາດໂຄວິດ - 19 ຄົບສອງເຂັມ ດ້ວຍພາສາ ອັງກິດ ໃຫ້ແກ່ຜູ້ທີ່ມີຈຸດປະສົງຢາກອອກເມືອງ, ແຕ່ກໍແຈ້ງເຕືອນວ່າ ຂໍ້ກຳນົດກ່ຽວກັບ “ສຳເນົາເອກະສານແຈ້ງສຸຂະພາບເອເລັກໂຕນິກ” ຢູ່ແຕ່ລະປະເທດ ແມ່ນບໍ່ຄືກັນ. ສ່ວນຢູ່ ເອີຣົບ, ບັນດາປະເທດສະມາຊິກ ສະຫະພາບ ເອີຣົບ (EU) ໄດ້ເຫັນດີ ຍົກເລີກບັນດາມາດຕະການຈຳກັດການໄປ - ມາ ສຳລັບຜູ້ໂດຍສານທີ່ມາຈາກ 8 ປະເທດ ແລະ ເຂດແຄວ້ນ ໃນນັ້ນ ມີ ອາເມລິກາ.

        ກ່ຽວກັບສະພາບການໂລກລະບາດຢູ່ ຫວຽດນາມ, ນັບແຕ່ເວລາ 18 ໂມງຂອງວັນທີ 16 ມິຖຸນາ ຫາເວລາ 6 ໂມງຂອງວັນທີ 17 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 159 ຄົນ, ໃນນັ້ນ 156 ຄົນ ແມ່ນກວດພົບໃນເຂດແຍກຕົວ ຫຼື ເຂດທີ່ພວມປະຕິບັດການປິດເຂດແລ້ວ. ໄລ່ຮອດເວລາ 6 ໂມງຂອງວັນທີ 17 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 11.794 ກໍລະນີ, ໃນນັ້ນ ມີ 4.590 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 61 ກໍລະນີ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ