ສະພາບຄວາມສະຫງົບຢູ່ພາກຕາເວັນອອກUkraineນັບມື້ນັບຮ້າຍແຮງຂຶ້ນ

ສະພາບຄວາມສະຫງົບຢູ່ພາກຕາເວັນອອກUkraineນັບມື້ນັບຮ້າຍແຮງຂຶ້ນ - ảnh 1
ລົດ​ການ​ທະ​ຫານ​ຢູ່​ໃກ້ບ້ານ Torez, ​ໃນ​ວັ​ນ​ທີ 12/11.
(ພາບ: AFP/ TTXVN)

         (vovworld) ​​-   ວັນ​ທີ 13/11, Ukraine ຖະ​ແຫຼ​ງວ່າ ​ສະພາບ​ຄວາມ​ສະຫງົບ​ຢູ່​ບັນດາ​ເຂດ​ໂດຍ​ກຳລັງ​ແຍກ​ຕົວຄວບ​ຄຸມ​ຢູ່​ພາກ​ຕາ​ເວັນ​ອອກປະ​ເທດ​ນີ້​ພວມ​ນັບ​ມື້​ນັບຮ້າຍ​ແຮງ​ເມື່ອ​ບັນດາ​ມື​ປືນ​ແຍກ​ຕົວ​ພວມ​ບຸກ​ເຂົ້າ​ໃກ້​​ກ່ວາ​​ເຖິງ​ບັນດາ​ເສັ້ນທາງ​ຈັດແບ່ງ​ກຳລັງ​ນີ້ ກັບ​ກຳລັງ​ຂອງ​ລັດຖະບານ. ​ໂຄສົກ​ຂອງ​ສະພາ​ປ້ອງ​ກັນຊາ​ດ ​ແລະ ຄວາມ​ສະຫງົບ​ແຫ່ງ​ຊາດ Ukraine Andriy Lysenko ​ໃຫ້​ຮູ້​ວ່າ: ກອງທັບ​ລັດ​ເຊຍ​ພວມ​ເຕົ້າ​ໂຮມ​ພົນທະຫານ, ​ໃນ​ນັ້ນ​ມີ​ບັນດາ​ກົມ​ກອງປ້ອງ​ກັນ​ອາກາດ, ​ໃກ້​ກັບ​ຊາຍ​ແດນ Ukraine. ຖະ​ແຫຼ​ງການ​ດັ່ງກ່າວ​ຂອງ​ທ່ານ Lysenko ​ໄດ້​ຍົກ​ອອກ​ພາຍຫຼັງ​ສະພາບການ​ໃນ​ມໍ່ໆ​ມາ​ນີ້​ໃຫ້​ເຫັນ​ວ່າມ​ີຂະ​ບວນລົດ​ທະຫານ​ໃຫຍ່​​ເຄື່ອນ​ຍ້າຍ​ອ້ອມ​ແອ້ມ​ບັນດາ​ເຂດ​ໂດຍ​ກຳລັງ​ແຍກ​ຕົວ​ຄວບ​ຄຸມ. ກີ​ແອບ​ກ່າວ​ຫາ ມົດສກູ​ພວມ​ໜູນ​ຊ່ວຍ​ບັນດາ​ກຳລັງ​ແຍກ​ຕົວ. ​ແຕ່​ລັດ​ເຊຍ​ໄດ້​ປະຕິ​ເສດ​ຄຳ​ກ່າວ​ຫາ​ນີ້​ຫຼາຍ​ຄັ້ງ​ແລ້ວ.

 

ຂ່າວ/ບົດ​ອື່ນ