ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ຕ້ອງ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ໃຈ​ກາງ​ໃນ​ການ​ເຄື່ອ​ນ​ໄຫວ​ຂອງ​ອົງ​ການໂດ​ຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ

(VOVWORLD) -ຕອນເຊົ້າວັນທີ 15 ກໍລະກົດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເວຫ້, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ສະຫຼຸບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ເຊິ່ງຖືກຈັດຂຶ້ນແບບທາງໄກ.
ສະ​ພາ​ປະ​ຊາ​ຊົນ​ທຸກ​ຂັ້ນ ຕ້ອງ​ປະ​ຕິ​ບັດ​ບົດ​ບາດ​ເປັນ​ໃຈ​ກາງ​ໃນ​ການ​ເຄື່ອ​ນ​ໄຫວ​ຂອງ​ອົງ​ການໂດ​ຍ​ປະ​ຊາ​ຊົນ​ເລືອກ​ຕັ້ງ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ກອງປະຊຸມ

 ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຢັ້ງຢືນວ່າການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ແມ່ນເຫດການການເມືອງສຳຄັນຂອງປະເທດຊາດ ຖືກດຳເນີນໄປຢ່າງມີປະຊາທິປະໄຕ, ສະເໝີພາບ, ຖືກຕ້ອງຕາມກົດໝາຍ, ຮັບປະກັນຄວາມປອດໄພ, ປະຢັດມັດທະຍັດ ແລະ ປະສົບຜົນສຳເລັດຢ່າງຈົບງາມ. ນີ້ແມ່ນວັນບຸນໃຫຍ່ຂອງປະຊາຊົນທົ່ວປະເທດຢ່າງແທ້ຈິງ. ທ່ານເນັ້ນໜັກວ່າ ຜ່ານການເລືອກຕັ້ງພວກເຮົາກໍຖອດຖອນມາໄດ້ບາງປະສົບການດັ່ງນີ້:

        “ຮັບປະກັນປະຕິບັດວຽກງານບຸກຄະລາກອນໄດ້ເປັນຢ່າງດີ; ອີງໃສ່ກອງປະຊຸມປຶກສາຫາລື ເພື່ອຄັດເລືອກ, ແນະນຳຜູ້ສະໝັກເລືອກຕັ້ງ, ຮັບເອົາຄຳຄິດເຫັນຂອງຜູ້ມີສິດເລືອກຕັ້ງ, ຂົນຂວາຍປະຊາຊົນເຂົ້າຮ່ວມການເລືອກຕັ້ງເພື່ອຄັດເລືອກເອົາຜູ້ສະໝັກຮັບເລືອກຕັ້ງທີ່ເໝາະສົມ, ຕອບສະໜອງຄົບບັນດາເງື່ອນໄຂ, ມາດຕະຖານທີ່ໄດ້ກຳນົດໄວ້. ເລືອກເອົາບຸກຄົນທີ່ມີກຳລັງຄວາມສາມາດ, ມີປະສົບການ, ສິດຈິດສຸດໃຈ, ມີຄວາມຮັບຜິດຊອບ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງ ເຂົ້າເປັນສະມາຊິກບັນດາຫົວໜ່ວຍຮັບຜິດຊອບການເລືອກຕັ້ງຢູ່ທ້ອງຖິ່ນ; ຮັກສາຫຼັກການໃນການປ່ອນບັດ, ນັບບັດ; ຈັດຕັ້ງຊຸດຝຶກອົບຮົມວິຊາສະເພາະກ່ຽວກັບການເລືອກຕັ້ງໃຫ້ແກ່ບັນດາຫົວໜ່ວຍຮັບຜິດຊອບວຽກງານນີ້ໃຫ້ເປັນຢ່າງດີ.”

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກໍສະເໜີວ່າ ກ້າວເຂົ້າສູ່ອາຍຸການໃໝ່, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນແຕ່ລະຄົນ ຕ້ອງປະຕິບັດບົດບາດເປັນໃຈກາງໃນການເຄື່ອນໄຫວຂອງອົງການໂດຍປະຊາຊົນເລືອກຕັ້ງ, ຕັ້ງໜ້າເສີມຂະຫຍາຍຄວາມຮັບຜິດຊອບຂອງຕົນ, ຍາມໃດກໍຖືຜົນປະໂຫຍດແຫ່ງຊາດເໜືອກວ່າສິ່ງໃດໝົດ ແລະ ຢຶດໝັ້ນປົກປັກຮັກສາສິດ, ຜົນປະໂຫຍດທີ່ເໝາະສົມ ແລະ ຊອບທຳຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ