ສະພາສູງ, ສະພາຕ່ຳ ອາເມລິກາ ສະໜັບສະໜູນການພົວພັນກັບ ຫວຽດນາມ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ  ກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ຈະສະໜັບສະໜູນເລື່ອງ 2 ປະເທດເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ
ສະພາສູງ, ສະພາຕ່ຳ ອາເມລິກາ ສະໜັບສະໜູນການພົວພັນກັບ ຫວຽດນາມ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບການນຳກຳມາທິການການຕ່າງປະເທດສະພາສູງ ອາເມລິກາ)

          ວັນທີ 19 ກັນຍາ, ຢູ່ສຳນັກງານສະພາແຫ່ງຊາດ, ທີ່ນະຄອນຫຼວງ ວິຊິນເຕັນ, ປະເທດ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ພົບປະກັບການນຳຂອງກຳມາທິການການຕ່າງປະເທດສະພາສູງ ອາເມລິກາ; ປະທານສະພາຕ່ຳ ແລະ ປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ.

          ທີ່ການພົບປະກັບການນຳກຳມາທິການການຕ່າງປະເທດສະພາສູງ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ  ກຳມາທິການການຕ່າງປະເທດສະພາສູງ ອາເມລິກາ ຈະສະໜັບສະໜູນເລື່ອງ 2 ປະເທດເພີ່ມທະວີການພົວພັນດ້ານເສດຖະກິດ - ການຄ້າ - ການລົງທຶນ, ຊຸກຍູ້ການຮ່ວມມືດ້ານວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີການໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ...

ສະພາສູງ, ສະພາຕ່ຳ ອາເມລິກາ ສະໜັບສະໜູນການພົວພັນກັບ ຫວຽດນາມ - ảnh 2(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັບທ່ານປະທານສະມາຊິກສະພາຕ່ຳ Kevin McCarthy, ປະທານສະພາຕ່ຳ ອາເມລິກາ)

          ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະກັບທ່ານປະທານສະມາຊິກສະພາຕ່ຳ Kevin McCarthy, ປະທານສະພາຕ່ຳ ອາເມລິກາ, ທ່ານສະມາຊິກສະພາຕ່ຳ Michael McCaul, ປະທານກຳມາທິການການຕ່າງປະເທດສະພາຕ່ຳ ອາເມລິກາ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຫວັງວ່າ ສະພາແຫ່ງຊາດ ອາເມລິກາ ສະໜັບສະໜູນ ຫວຽດນາມ ຮັບຮູ້ລະບຽບການເສດຖະກິດການຕະຫຼາດໃຫ້ແກ່ ຫວຽດນາມ ກໍ່ຄືສືບຕໍ່ເອົາໃຈໃສ່, ສະຫງວນແຫຼ່ງກຳລັງໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ.

          2 ຝ່າຍກໍ່ປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນເຫັນດີຊຸກຍູ້ບົດບາດໃຈກາງຂອງ ອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ອາເມລິກາ, ການຮ່ວມມືແມ່ນ້ຳຂອງ - ອາເມລິກາ, ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ