ສະພາສູງ ອາເມລິກາ ໃຫ້ສັດຕະຍາບັນ ລັດຖະມົນຕີກະຊວງປ້ອງກັນປະເທດຄົນໃຫມ່

ສະພາສູງ ອາເມລິກາ ໃຫ້ສັດຕະຍາບັນ     ລັດຖະມົນຕີກະຊວງປ້ອງກັນປະເທດຄົນໃຫມ່ - ảnh 1
ອະ​ດີດ​ສະມາຊິກ​ສະພາ​ສູງ Chuck Hagel
ພາບ:AP

(vovworld) - ວັນ​ທີ 26/2, ສະພາ​ສູງ ອາ​ເມ​ລິ​ກາ ​ໄດ້​ປ່ອນ​ບັດ​​ໃຫ້​ສັດຕະ​ຍາ​ບັນ​ອະ​ດີດ​ສະມາຊິກ​ສະພາ​ສູງ Chuck Hagel ດຳລົງ​ຕຳ​ແຫນ່​ງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໃນ​ອາຍຸ​ການ​ທີ​ສອງ​ຂອງ​ອຳນາດ​ການ​ປົກຄອງ​ປະທານາທິບໍດີ Barack Obama. ທ່ານ Chuck Hagel ອາຍຸ 67 ປີ ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ປະທານາທິບໍດີ Obama ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປ​ະ​ເທດ​ເມື່ອ​ວັນ​ທີ 8/1. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ກ່ອນ​ນີ້ 2 ອາທິດ, ບັນດາ​ສະມາຊິກ​ສະພາ​ສູງ​ຂອງ​ພັກສາ​ທາ​ລະນະ​ລັດ​ທີ່​ສະພາ​ສູງ ​ໄດ້​ນຳ​ໃຊ້​ມາດ​ຕະການ​ດ້ານ​ບໍລິຫານ​ເພື່ອ​​ໂຈະ​ການ​ປ່ອນ​ບັດ. ​ໃນ​ວັນ​ດຽວ​ກັນ,​ ກຳມາທິການ​ການ​ເງິນ​ສະພາ​ສູງ ​ໄດ້​ປ່ອນ​ບັດ​ຮັບຮອງ​ເອົາ​ຂໍ້​ສະ​ເຫ​ນີຂອງ​ທ່ານ​ປະທານາທິບໍດີ Obama ​ແຕ່ງ​ຕັ້ງທ່າ​ນ Jack Lew ​ດຳລົງ​ຕຳ​ແຫນ່​ງລັດຖະມົນຕີ​ກະຊວງ​ການ​ເງິນ ດ້ວຍ​ບັດ​ເຫັນ​ດີ 19 ບັດ ​ແລະ ບັດ​ຄ້ານ 5 ບັດ.

ຂ່າວ/ບົດ​ອື່ນ