ສະພາສິດທິມະນຸດສປຊເປີດວາລະປຶກສາຫາລືກ່ຽວກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ສິດທິມະນຸດ
(ພາບປະກອບ)
(vovworld) - ວັນທີ 03/03, ກອງປະຊຸມປະຈຳໄລຍະເທື່ອທີ 31 ສະພາສິດທິມະນຸດສະຫະປະຊາຊາດໄດ້ເປີດວາລະປຶກສາຫາລືກ່ຽວກັບຜົນກະທົບຂອງການປ່ຽນແປງຂອງດິນຟ້າອາກາດເຖິງສິດຂອງມະນຸດ ທີ່ໄດ້ຊົມໃຊ້ສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈຢູ່ລະດັບດີທີສຸດ. ດ້ວຍຖານະເປັນສະມາຊິກກຸ່ມແກ່ນສານຊຸກຍູ້ການປຶກສາຫາລືກ່ຽວກັບການພົວພັນລະຫວ່າງການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ, ທ່ານ ຫງວຽນຈູງແທ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຫົວໜ້າຄະນະຜູ້ຕາງໜ້າປະຈຳ ຫວຽດນາມ ຄຽງຂ້າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ໄດ້ບໍລິຫານວາລະປຶກສາຫາລືນີ້. ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານເອກອັກຄະລັດຖະທູດ ຫງວຽນຈູງແທ່ງ ເນັ້ນໜັກວ່າ: ຫວຽດນາມ ນອນໃນກຸ່ມບັນດາປະເທດ ທີ່ເຄີຍຖືກຜົນເສຍຫາຍທີ່ສຸດຈາກການປ່ຽນແປງດິນຟ້າອາກາດ, ດ້ວຍຜົນກະທົບຫຍໍ້ທໍ້ຫລາຍຢ່າງຕໍ່ສຸຂະພາບຂອງປະຊາຊົນຄື: ມີຜົນເສຍຫາຍຢ່າງໜັກໜ່ວງສຳລັບມະນຸດ ແລະ ວັດຖຸໂດຍໄພທຳມະຊາດເພີ່ມຂຶ້ນໃນແຕ່ລະປີ, ບັນດາໂລກພະຍາດທີ່ເກີດຈາກການປ່ຽນແປງຂອງດິນຟ້າອາກາດ. ໃນສະພາບການນັ້ນ, ຫວຽດນາມ ໃຫ້ຄຳໝັ້ນສັນຍາມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຫລຸດຜ່ອນບັນດາຜົນກະທົບຈາກການປ່ຽນແປງດິນຟ້າອາກາດເຖິງສຸຂະພາບຂອງທົ່ວປວງຊົນ, ນຳເອົາບັນຫາການກະທົບຈາກການປ່ຽນແປງດິນຟ້າອາກາດເຖິງສິດທິມະນຸດເຂົ້າໃນບັນດາແຜນການ, ນະໂຍບາຍຂອງປະເທດ ກໍ່ຄື ພ້ອມກັບບັນດາປະເທດຕ່າງໆປະຕິບັດຂໍ້ຕົກລົງ Paris ກ່ຽວກັບການປ່ຽນແປງດິນຟ້າອາກາດຢ່າງຄົບຖ້ວນ.