ສະພາອິດສະລາມຝຣັ່ງຮຽກຮ້ອງລະງັບໃຈຕໍ່ແຫຼ່ງຂ່າວໜັງສືພິມ“Charlie Hebdo”ອາດຈະພິມຮູບເຢາະເຢີ້ຍໃໝ່

ສະພາອິດສະລາມຝຣັ່ງຮຽກຮ້ອງລະງັບໃຈຕໍ່ແຫຼ່ງຂ່າວໜັງສືພິມ“Charlie Hebdo”ອາດຈະພິມຮູບເຢາະເຢີ້ຍໃໝ່ - ảnh 1
ພາບ​ປະ​ກອບ

(vovworld) – ວັນ​ທີ 13/1, ສະ​ພາ​ອິ​ດ​ສະ​ລາມ ຝ​ຣັ່ງ ຮຽກ​ຮ້ອງ​ໃຫ້​ສາ​ສະ​ນິກ​ກະ​ຊົນ​ທັງ​ໝົດ ​ອຸ່ນ​ອ່ຽນ​ໃຈ ແລະ ລະ​ງັບ​ໃຈຕໍ່​ແຫຼ່ງ​ຂ່າວທີ່​ວ່າ​ໃນໜັງ​ສື​ພິມ ເຢາະ​ເຢີ້ຍ “Charlie Hebdo” ສະ​ບັບ​ອອກ​ວັນ​ທີ 14/1 ຈະ​ສືບ​ຕໍ່​ລົງ​ຮູ​ບ​ພາບ​ຂອງ​ນັກ​ທຳ​ນາຍ Mohammed. ຖະ​ແຫຼງ​ການ​ຮ່ວມ​ຂອງ​ສະ​ພາ​ອິດ​ສະ​ລາມ ແລະ ສະ​ຫະ​ສະ​ມາ​ຄົມ​ຊາວ ອິດ​ສະ​ລາມ ຝ​ຣັ່ງ ເນັ້​ນ​ໜັກ​ວ່າ: ບັນ​ດາ ສາ​ສະ​ນິກ​ກະ​ຊົນ ຄວນ​ອຸ່ນ​ອ່ຽນ​ໃຈ ແລະ ຫຼີກ​ລ້ຽງ​ບໍ່​ໃຫ້​ເກີດປະ​ຕິ​ກິ​ລິ​ຍາ​ເກີນ​​ຂະ​ໜາດ. ຖະ​ແຫຼງ​ການ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາ​ຍຫຼັງ​ໜັງ​ສື​ພິມ “Lineralion” ໄດ້​ໃຫ້​ຂ່າວ​ໃນ​ແວ​ບ​ໄຊ​ຂອງ​ຕົນ​ຮ​ູບ​ພາບ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜ້າ​ທຳ​ອິດ​ຂອງ​ວາ​ລະ​ສານ “Charlie Hebdo” ສະ​ບັບ​ອອກວັນ​ທີ 14/1 ດ້ວຍ​ຮູບ​ພາບ​ເຢາະ​ເຢີ້​ຍ​ກ່ຽວ​ກັບ​ນັກ​ທຳ​ນາຍ Mohammed.


ຂ່າວ/ບົດ​ອື່ນ