ສະພາແຫ່ງຊາດ ສືບຕໍ່ປຶກສາຫາລືກ່ຽວກັບ ຮ່າງລັດຖະທຳມະນູນ ສະບັບປັບປຸງ

ສະພາແຫ່ງຊາດ ສືບຕໍ່ປຶກສາຫາລືກ່ຽວກັບ ຮ່າງລັດຖະທຳມະນູນ ສະບັບປັບປຸງ - ảnh 1
ພາບປະກອບ google.com.vn

​(vovworld) - ​ໂດຍສືບຕໍ່ກອງປະຊຸມສະໄມສາມັນເທື່ອທີ່ 4 ສະພາແຫ່ງຊາດ ຫວຽດນາມຊຸດທີ່ 13, ວັນທີ 16/11, ບັນດາ ສ.ສ.ຊ ສືບຕໍ່ປຶກສາຫາລືກ່ຽວກັບ ຮ່າງລັດຖະທຳ​ມະນູນສະບັບ​ປັບປຸງ​ຂອງ​ລັດຖະທຳ​ມະນູນ​ປີ 1992, ຮ່າງ​ມະຕິ​ກ່ຽວ​ກັບ​ການ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຂອງ​ປະຊາຊົນ​ກ່ຽວ​ກັບ ຮ່າງລັດຖະທຳ​ມະນູນສະບັບ​ປັບປຸງ​ຂອງ​ລັດຖະທຳ​ມະນູນ​ປີ 1992. ບັນດາ ສ.ສ.ຊ ຍັງ​ສຸມ​ໃສ່​ເຮັດ​ໃຫ້​ຈະ​ແຈ້ງ​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຄື : ສິດ​ອຳນາດ​ແຫ່ງ​ລັດ; ບົດບາດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ພາລະ​ໜ້າ​ທີ່​ຂອງ​ບັນດາ​ອົງການ​ສຳນັກງານ​ໃນ​ກົງຈັກ​ລັດ; ທາດ​ແທ້​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ. ຮ່າງລັດຖະທຳ​ມະນູນສະບັບ​ປັບປຸງ​ສືບ​ຕໍ່​ຢືນຢັນ​ວ່າ ພັກ​ກອມມູນິດຫວຽດນາມ​ແມ່ນ​ພັກກຳ​ອຳນາດ​ຢູ່​ຫວຽດນາມ ​ແລະ ມີ​ພຽງ​ແຕ່​ພັກ​ກອມມູນິດ​ຫວຽດນາມ​ພັກດຽວ​ໄດ້​ຮັບ​ອະນຸຍາດ​ເຄື່ອນ​ໄຫວ. ພັກ​ກອມມູນິດຫວຽດນາມ​ແມ່ນ​ຕົວ​ແທນ​ທີ່​ຈົງ​ຮັກ​ພັກດີ​ຂອງ​ຊົນ​ຊັ້ນ​ກຳມະກອນ ຜູ້​ອອກ​ແຮງ​ງານ ​ແລະ ຖື​ເອົາ​ລັດທິ​ມາກ​ເລ​ນິນ​ ​ແລະ ​ແນວ​ຄິດ​ໂຮ່ຈິ​ມິນ​ເປັນ​ເຂັ້ມ​ຊີ້​ທິດ​ໃຫ້​ທຸກໆ​ການ​ເຄື່ອນ​ໄຫວ. ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ສິດ ​ແລະ ພັນທະ​ຂອງ​ພົນ​ລະ​ເມືອງ, ທ່ານ  Nguyen Bac Viet ສ.ສ.ຊ ​ແຂວງ ນິງຖ້ວນ​ມີ​ຄຳ​ເຫັນ​ດັ່ງ​ນີ້ : 

    “ ກ່ຽວ​ກັບ​ສິດທິ​ມະນຸດ, ຕາມ​ຂ້າພະ​ເຈົ້າ​ແລ້ວ, ຍັງ​ຄົງ​ຕ້ອງ​ປະຕິບັດ​ຕາມ​ແນວ​ຄິດ​ໂຮ່ຈິ​ມິນ ຊຶ່ງ​ໄດ້​ສະ​ແດງ​ອອກ​ຜ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ​ຂອງ​ເພິ່ນ. ນັ້ນ​ແມ່ນ​ທຸກໆ​ຄົນ​ເມື່ອ​ໄດ້​ກຳ​ເນີ​ດຂຶ້ນ, ​ໃຜໆ​ກໍ​ມີ​ສິດ​ມີ​ຊີວິດ​ເສລີ, ສິດສະ​ເໝີ​ພາບ, ຫວັງ​ມີ​ຄວາມ​ຜາ​ສຸກ. ​ແຕ່​ໃນຮ່າງລັດຖະທຳ​ມະນູນສະບັບ​ປັບປຸງ​ຄັ້ງ​ນີ້​ຍັງ​ບໍ່​ທັນ​ຊີ້​ແຈ້ງ​ເຖິງ​ຄວາມ​ໝາຍ ພຽງ​ແຕ່​ເວົ້າ​ເຖິງທຸກ​ຄົນມີ​ສິດ​ມີ​ຊີວິດ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ຕ້ອງ​ເວົ້າ​ແຈ້ງວ່າ ນັ້ນ​ແມ່ນສິດ​ມີ​ຊີວິດ​ເສລີ, ສິດສະ​ເໝີ​ພາບ ​ແລະ ​ຜາ​ສຸກ. ກ່ຽວ​ກັບ​ສິດ​ພົນລະ​ເມືອງ, ຄວນ​ເວົ້າ​ແຈ້ງວ່າ ພົນລະ​ເມືອງ​ມີ​ສິດ​ເຂົ້າ​ຮ່ວ​ມກໍ່ສ້າງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ​ສັງຄົມ​ນິຍົມ​ຂອງ​ປະຊາຊົນ, ​​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະ​ຊາ​ຊົນ. ພົນລະ​ເມືອງ​ມີ​ສິດ​ຄຸ້ມ​ຄອງ​ລັດ ​ແລະ ສັງຄົມ, ​ເຂົ້າ​ຮ່ວມ​ການ​ປຶກສາ​ຫາລື ​ແລະ ນຳ​ສະ​ເໜີ​ສຳລັບ​ບັນດາ​ຕຳ​ແໜ່​ງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ”

      ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ ຕ້ອງ​ສືບ​ຕໍ່​​ຢັ້ງຢືນ​ວ່າ​ສະພາ​ແຫ່ງ​ຊາດ​ແມ່ນ​ອົງການ​ຕາງໜ້າ​ສູງ​ສຸດ​ຂອງ​ ປະຊາຊົນ, ອົງການ​ສິດ​ອຳນາດ​ສູງ​ສຸດ​ຂອງ​ປະ​ເທດ. ສະພາ​ແຫ່ງ​ຊາດ​ປະຕິບັດ​ສິດ​ນິຕິບັນ​ຍັດ ​ແລະ ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ ​ແລະ ​ແມ່ນ​ອົງການຕິດຕາມ​ກວດ​ກາສູງ​ສຸດສຳລັບ​ການ​ເຄື່ອນ​ໄຫວ​ຂອງ​ລັດ. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ອົງການ​ກວດ​ສອບ​ໄດ້​ຮັບ​ການ​ຮັບ​ຮູ້​ໃນ​ລັດຖະ​ທຳ​ ມະນູນ, ​ເພື່ອ​ແນ​ໃສ່​ຊ່ວຍ​ສະພາ​ແຫ່ງ​ຊາດ​ປະຕິບັດ​ການ​ຕິດຕາມ​ກວດກາ​ດ້ານ​ການ​ເງິນ, ​ເງິນຕາ… ກ່ຽວ​ກັບ​ທາດ​ແທ້ ​ແລະ ພາກສ່ວນ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ທ່ານ Dang Ngoc Tung, ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແຂວງ​ດົ່ງ​ນາຍ, ປະກອບ​ຄຳ​ເຫັນ​ວ່າ:

        ”ກ່ຽວກັບຂັ້ນຂອງບັນດາພາກສ່ວນເສດຖະກິດໃນລັດຖະທຳມະນູນ, ຂ້າພະເຈົ້າຄິດວ່າ ບັນດາພາກສ່ວນເສດຖະກິດມີບົດບາດສຳຄັນແລະ ຍາວນານໃນພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມຂອງຫວຽດນາມ, ​ແມ່ນປັດໃຈທີ່ພັດທະນາໃນແຕ່ລະໄລຍະພັດທະນາເສດຖະກິດແລະ ມີການຫັນປ່ຽນສະຫຼັບສັບຊ້ອນເຊິ່ງກັນແລະ ກັນ. ດັ່ງນັ້ນ, ລັດຖະທຳມະນູນຕ້ອງສືບຕໍ່ຢັ້ງຢືນກົນໄກເສດຖະກິດຫຼາຍພາກສ່ວນແລະ ກຳນົດຫຼາຍພາກສ່ວນເສດຖະກິດທີ່ເຄື່ອນໄຫວຕາມກົດໝາຍ, ລ້ວນແຕ່ແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດ, ມີຄວາມສະເໝີພາບຕໍ່ກົດໝາຍ, ມີການຮ່ວມມືແລະ ​ແກ່ງແຍ້ງຢ່າງໂປ່ໄສ”.

ຂ່າວ/ບົດ​ອື່ນ