ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທຸລະກິດ ອະສັງຫາລິມະຊັບ (ສະບັບປັບປຸງ)

(VOVWORLD) -   ກົດໝາຍວ່າດ້ວຍທຸລະກິດ ອະສັງຫາລິມະຊັບໄດ້ປະກາດໃຊ້ໃນປີ 2014, ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2015. ພາຍຫຼັງ 8 ປີທີ່ຜັນຂະຫຍາຍປະຕິບັດ, ກົດໝາຍວ່າດ້ວຍທຸລະກິດອະສັງຫາລິມະຊັບປີ 2014
ສະພາແຫ່ງຊາດ ຫວຽດນາມ ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍທຸລະກິດ ອະສັງຫາລິມະຊັບ (ສະບັບປັບປຸງ) - ảnh 1ສສຊ ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ)

ໂດຍສືບຕໍ່ລາຍການດຳເນີນງານຂອງກອງປະຊຸມສະໄໝສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ).

        ກົດໝາຍວ່າດ້ວຍທຸລະກິດ ອະສັງຫາລິມະຊັບໄດ້ປະກາດໃຊ້ໃນປີ 2014, ມີຜົນສັກສິດນັບແຕ່ວັນທີ 1 ກໍລະກົດ 2015. ພາຍຫຼັງ 8 ປີທີ່ຜັນຂະຫຍາຍປະຕິບັດ, ກົດໝາຍວ່າດ້ວຍທຸລະກິດອະສັງຫາລິມະຊັບປີ 2014 ແລະ ບັນດາເອກະສານແນະນຳປະຕິບັດ, ຄຽງຂ້າງບັນດາໝາກຜົນທີ່ບັນລຸໄດ້ ກໍ່ປະກົດມີບັນດາສິ່ງຄົງຄ້າງ, ຂໍ້ຈຳກັດທີ່ຄວນປັບປຖງ. ທ່ານ ຫງວຽນດ້າຍຖັ໋ງ, ສະມາຊິກສະພາແຫ່ງຊາດ ແຂວງ ຮຶງອຽນ, ໄດ້ຍົກອອກຄຳເຫັນວ່າ:

        “ເພື່ອສ້າງສຳເລັດຮ່າງກົດໝາຍວ່າດ້ວຍການດຳເນີນທຸລະກິດອະສັງຫະລິມະຊັບ (ສະບັບປັບປຸງ), ຂ້າພະເຈົ້າສະເໜີໃຫ້ອົງການຮຽບຮຽງສືບຕໍ່ກວດກາຄືນກົດໝາຍວ່າດ້ວຍ ທຸລະກິດອະສັງຫາລິມະຊັບ (ສະບັບປັບປຸງ) ຕາມທິດຮັບປະການບັນດາຂໍ້ກຳນົດຄົບຊຸດ, ເປັນເອກະພາບກັບບັນດາຮ່າງກົດໝາຍ ທີ່ສະພາແຫ່ງຊາດ ພວມພິຈາລະນາເພື່ອຮັບຮອງເອົາ, ຄື: ຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ) ເພື່ອຮັບປະກັນວ່າ ຍາມໃດກໍ່ຄົບຊຸດ, ເປັນເອກະພາບລະບົບກົດຫມາຍ, ຫຼີກລ້ຽງການທັບຊ້ອນກັນ ພາຍຫຼັງບັນດາກົດໝາຍໄດ້ປັບປຸງ ແລະ ສະພາແຫ່ງຊາດ ໄດ້ຮັບຮອງເອົາ”.

ຕອບກັບ

ຂ່າວ/ບົດ​ອື່ນ