ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ສານ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ແລະ ສານ​ສູງ​ສຸດ ສະ​ຫະ​ພັນ​ລັດ​ເຊຍ

(VOVWORLD) - ຫວຽດນາມ ຍາມໃດກໍ່ຈາລຶກການຊ່ວຍເຫຼືອອັນຍິ່ງໃຫຍ່ຂອງ ອະດີດສະຫະພາບໂຊວຽດ, ປັດຈຸບັນແມ່ນສະຫະພັນລັດເຊຍ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດໃນເມືອກ່ອນ ແລະ ພາລະກິດສ້າງສາປະເທດຊາດໃນປັດຈຸບັນ
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ສານ​ປະ​ຊາ​ຊົນ​ສູງ​ສຸດ ຫວຽດ​ນາມ ແລະ ສານ​ສູງ​ສຸດ ສະ​ຫະ​ພັນ​ລັດ​ເຊຍ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານປະທານສານສູງສຸດ ສະຫະພັນລັດເຊຍ Lebedev Vyacheslav Mikhailovich

ຕອນບ່າຍວັນທີ 20 ມິຖຸນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບປະທານສານສູງສຸດ ສະຫະພັນລັດເຊຍ Lebedev Vyacheslav Mikhailovich ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືການເພີ່ມທະວີ, ເປີດກວ້າງການພົວພັນກັບສະຫະພັນລັດເຊຍ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດ. ຫວຽດນາມ ຍາມໃດກໍ່ຈາລຶກການຊ່ວຍເຫຼືອອັນຍິ່ງໃຫຍ່ຂອງ ອະດີດສະຫະພາບໂຊວຽດ, ປັດຈຸບັນແມ່ນສະຫະພັນລັດເຊຍ ໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍປະເທດໃນເມືອກ່ອນ ແລະ ພາລະກິດສ້າງສາປະເທດຊາດໃນປັດຈຸບັນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າສະພາແຫ່ງຊາດ ຫວຽດນາມ ສະໜັບສະໜູນການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ສານປະຊາຊົນສູງສຸດ ຫວຽດນາມ ແລະ ສານສູງສຸດ ສະຫະພັນລັດເຊຍ ກໍ່ຄືບັນດາອົງການຕຸລາການຂອງສອງປະເທດ

ສ່ວນທ່ານ Lebedev Vyacheslav Mikhailovich ເຊື່ອໝັ້ນວ່າ ການຢ້ຽມຢາມຈະປະກອບສ່ວນເປີດກວ້າງການພົວພັນຮ່ວມມືກັບ ສານປະຊາຊົນສູງສຸດ ຫວຽດນາມ, ການແລກປ່ຽນຄະນະຜູ້ແທນທຸກຂັ້ນຈະສືບຕໍ່ໄດ້ຮັບການຊຸກຍູ້ຈາກສອງປະເທດ ໃນໄລຍະຈະມາເຖິງ, ພ້ອມທັງແມ່ນການເພີ່ມທະວີການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດງັ

ຕອບກັບ

ຂ່າວ/ບົດ​ອື່ນ