ສະພາແຫ່ງຊາດ ອັງກິດ ສະໜັບສະໜູນເລື່ອງດຳເນີນການເລືອກຕັ້ງກ່ອນກຳນົດເວລາ

ສະພາແຫ່ງຊາດ ອັງກິດ ສະໜັບສະໜູນເລື່ອງດຳເນີນການເລືອກຕັ້ງກ່ອນກຳນົດເວລາ - ảnh 1
(ພາບ​ປະ​ກອບ / TTXVN)

(vovworld) - ​​ດ້ວຍ 522 ​ບັດ​ສະ​ໜັບ​ສະ​ໜູນ ແລະ 13 ບັດ​ຄ້ານ, ວັນ​ທີ 19/04 ສະ​ພາ​ຕ່ຳ ອັງ​ກິດ ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດນີ້ Theresa May ກ່ຽວ​ກັບ​ເລື່ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ​ໃນ​ວັນ​ທີ 08/06 ຈະ​ມາ​ເຖິງ, ໄວ​ກ່​ວາແຜນກ​ານ​ວາງ​ອອກ​ເກືອບ 3 ປີ​ເຄິ່ງ.

        ປະ​ເທດ ອັງ​ກິດ ບໍ່​ມີ​ແຜນ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ຈົນ​ຮອດ​ປີ 2020. ເຖິງ​ຢ່າງ​ໃດ​ກໍ່​ຕາມ ວັນ​ທີ 18/04 ຜ່ານ​ມາ, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ໄດ​້​ຮຽກ​ຮ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ​ໃນ​ວັນ​ທີ 08/06 ​ໂດຍ​ບັງ​ເອີນ. ຕາມ​ທ່ານ​ນາງ Theresa May ແລ​້ວ, ອັງ​ກິດ ຄວນ​ດຳ​ເນີນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳ​ນົດ​ເວ​ລາ​ ເພື່ອຜົນ​ປະ​ໂຫຍ​ດ​ຂອງ​ປະ​ເທດ​ຊາດ, ນີ້​ແມ່ນ​ວິ​ທີ​ໜຶ່ງ​ດຽງ ເພື່ອ​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາ​ບ ແລະ ຄວາມ​ໝັ້ນ​ຄົງ​ຂອງ ອັງ​ກິດ ໃນ​ວິ​ວັດ​ການ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ.


ຕອບກັບ

ຂ່າວ/ບົດ​ອື່ນ