ສະພາແຫ່ງຊາດຈັດວາລະປະຊຸມຄົບຄະນະທີ່ຫໍປະຊຸມກ່ຽວກັບວຽກງານສ້າງກົດໝາຍ

ສະພາແຫ່ງຊາດຈັດວາລະປະຊຸມຄົບຄະນະທີ່ຫໍປະຊຸມກ່ຽວກັບວຽກງານສ້າງກົດໝາຍ - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 8 ສະ​ພາ​ແຫ່ງ​ຊາດ
​ຫວຽດ​ນາມ ຊຸດ​ທີ 13
(ພາບ :xaluan.com)

(vovworld) - ​​ຮ່າງ​ກົດ​ໝາຍວ່າດ້ວຍການ​ຈັ​ດ​ຕັ້ງ​ສະ​ພາ​ແຫ່ງ​ຊາດ (ສະ​ບັບ​ປັບ​ປຸງ) ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ​ທີ່ໄດ້​ນຳມາ​ປຶກ​ສາ​ຫາ​ລື​ໃນ​ວາ​ລະ​ປະ​ຊຸມ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 22/10 ຂອງ​ສະ​ພາ​ແຫ່ງ​ຊາດ. ສ​ສ​ຊ ຫຼາຍ​ທ່ານ​ສະ​ເໜີ​ຮ່າງ​ກົດ​ໝາຍ​ຄວນ​ໄດ້​ຮັບ​ການ​ເພີ່ມ​ເຕີມ​ບັນ​ດາ​ມາດ​ຕະ​ການ​ປ່ຽນ​ໃໝ່ກວ່າອີກ​ໃນ​ການ​ເຄື່ອນ​ໄຫວ​ຂອງ ສະ​ພາ​ແຫ່ງ​ຊາດ​ຕາມເນື້ອໃນ​ຈິດ​ໃຈ​ຂອງ​ລັດ​ຖະ​ທຳ​ມະ​ນູນ​ ເພື່ອ​ຕອບ​ສະ​ໜອ​ງ​ການ​ພັດ​ທະ​ນາ ແລະ ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ, ຂໍ້ຈຳ​ກັດ​ໃນ​ການ​ຈັດ​ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ໄລ​ຍະ​ຜ່ານ​ມາ. ທ່ານ ເຈີນງອກວີງ, ສ​ສ​ຊ ນະ​ຄອນ ຫາຍ​ຟ່ອງ, ຖື​ວ່າ: ຄວນ​ມີ​ມາດ​ຕາ​ສະ​ເພາະ​ກຳ​ນົດ​ລະ​ອຽດ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ກົງ​ຈັກ​ຂອງ​ສະ​ພາ​ແຫ່ງ​ຊາດຕື່ມອີກ​ເຊິ່ງ​ລວມ​ມີ​ບັນ​ດາ​ອົງ​ການ​ສ້າງ​ເປັນອົງປະກອບສະ​ພາ​ແຫ່ງ​ຊາດ​ເພື່ອ​ສາ​ມາດ​ມີ​ຂໍ້​ສັງ​ເກດ​ສັງ​ລວມ​ກ່ຽ​ວ​ກັບລະບົບກົງ​ຈັກ​ການ​ຈັດ​ຕັ້ງ​ສະ​ພາ​ແຫ່ງ​ຊາດ. ທ່ານ ເຈີນງອກວີງ, ໃຫ້​ຮູ້​ວ່າ:

        “ສະ​ເໜີ​ໃຫ້​ຄະ​ນະ​ຮຽບ​ຮຽງ​ຄົ້ນ​ຄ້​ວາ, ກຳ​ນົດ​ຄວາມ​ຮັບ​ຜິດ​ຊອບ​ລະ​ອຽດ ແລະ ເພີ່ມ​ເຕີມ​ບັນ​ດາ​ຂໍ້​ກຳ​ນົດ​ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ເອ​ກະ​ລາດ​ໃຫ້​ແກ່​ບັນ​ດາ​ສ​ສ​ຊ, ສິ່ງ​ຈຳ​ກັດ​ສະ​ພາບ​ການ​ຫັນ​ເປັນ​ບໍ​ລິ​ຫານ​ຂອງ ສ​ສ​ຊ  ກໍ່​ຄື​ສະ​ແດງ​ຈິດ​ໃຈ​ມາ​ດ​ຖານ​ສຳ​ຄັນ​ທີ່​ສຸດ​ຂອງ ສ​ສ​ຊ ແມ່ນ​ຖືກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຊື່ອ​ໝັ້ນ​ຄັດເລືອກ​ເຂົ້າ​ໃນ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ສ່ອງ​ແສງ​ສຽງ​ເວົ້າ, ຄວາມ​ມຸ່ງ​ມາດ​ປາດ​ຖາ​ໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຕໍ່​ສະ​ພາ​ແຫ່ງ​ຊາດ.”

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ສະ​ເໜີ, ບົດ​ລາຍ​ງານກວດ​ກາ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ຊັບ​ພະ​ຍາ​ກອນ, ສິ່​ງ​ແວດ​ລ້ອມ​ທະ​ເລ ແລະ ໝູ່​ເກາະ ແລະ ກົດ​ໝາຍວ່າດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ (ສະ​ບັບ​ປ​ັບ​ປຸງ).

 

 

ຂ່າວ/ບົດ​ອື່ນ