ສະພາແຫ່ງຊາດປຶກສາຫາລື ກ່ຽວກັບເສດຖະກິດ-ສັງຄົມ

ສະພາແຫ່ງຊາດປຶກສາຫາລື ກ່ຽວກັບເສດຖະກິດ-ສັງຄົມ  - ảnh 1

ທ່ານ Tran Du Lich ສະມາຊິກ​ສະພາ​ແຫ່ງ​ຊາດນະຄອນ​ໂຮ່ຈິ​ມິນ

(ພາບ:economy.vn)

(VOV)- ວັນ​ທີ 30/10, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມປີ 2012, ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມປີ 2013.

  ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມປີ 2012, ບັນດາ​ຄຳ​ເຫັນ​ໄດ້​​ເຫັນດີ​ເປັນ​ເອກ​ພາບວ່າ: ​ນະ​ໂຍບາຍ​ບໍລິຫານ​ເສດຖະກິດ​ມະຫາ​ພາກ​ຂອງ​ລັດຖະ ບານ​ໃນ​ປະຈຸ​ບັນພວມປະຕິບັດ​ຢ່າງຖືກ​ທິດ, ບັນລຸ​ໄດ້ 10 ​ໃນ​ຈຳນວນ 15 ຄາດໝາຍ​ທີ່ໄດ້​ວາງ​ອອກ.. ​ໃນ 9 ​ເດື​ອນຜ່ານ​ມາ, ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການຮັກສາ​​ໄວ້​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ, ໄຟ​ເງິນ​ເຟີ້​ໄດ້​ຮັບການ​ຄວບ​ຄຸ​ມ​ໃນ​ເບື້ອງ​ຕົ້ນ​ແລ້ວ​ທ່ານ Tran Du Lich ສະມາຊິກ​ສະພາ​ແຫ່ງ​ຊາດນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ເຫັນ​ວ່າ:

   “ກ່ຽວ​ກັບ​ແຜນການ​ປີ 2013, ບັນດາ​ຄາດໝາຍ​​ໃຫ່ຍຊື່​ງລັດຖະບານ​ຍົກ​ອອກ​ມາໄດ້​ຮັບ​ການຊັ່ງຊາ​ຢ່າງ​ລະອຽດ​ທີ່​ສຸດ. ຍົກ​ຕົວຢ່າງ​ຄື​: ຄາດ​ຄະ​ເນ GDP ປີ 2013 ​ບັນລຸ 5,5% ​ແມ່ນ​ອາດ​ຈະ​ປະຕິບັດ​ໄດ້ ຖ້າ​ຫາກພວກ​ເຮົາ​ມີ​ບັນດາ​ມາດ​ຕະການ​ທີ່ແຮງ​ກ່ວາເພື່ອ​ຟື້ນ​ຕົວ​ພື້ນຖານ​ເສດຖະກິດ. ບໍ່​ຈຳ​ເປັນຕ້ອງ​ມີ​ການ​ລົງທຶນ​ໃໝ່, ພຽງ​ແຕ່​ຂຸດ​ຄົ້ນສິ່ງ​ທີ່​ມີ​ຢູ່​ນັ້ນ, ລະດັບເຕີບ​ໂຕ GDP ກໍ່ຈະບັນລຸ​ໄດ້ 7% ​ແລ້ວ“.

  ບັນດາ​ຄຳ​ເຫັນ​ໄດ້​ເນັ້ນໜັກ​ວ່າ: ໜ້າ​ທີ່​ອັນ​ດັບ​ໜຶ່ງ​ໃນ​ປະຈຸ​ບັນ​ແມ່ນ: ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ແກ້​ໄຂ​ໜີ້​ເສຍ, ພ້ອມ​ທັງ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດ​ຄືນ​ໃໝ່ດ້ວຍ​ເລື່ອງ​ສ້າງຕັ້ງຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ໂດຍ​ທ່ານ​ນາຍົກລັດຖະມົນຕີ ນຳໜ້າ. ທ່ານ Le Huu Duc ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Khanh Hoa​ໃຫ້​ຄຳ​ເຫັນ​ວ່າ:

   “ຂ້າພະ​ເຈົ້າ​ເຫັນ​ດີ​ກັບ​ທັດສະນະ​ຂອງ​ກະຊວງ​ການ​ເງິນ​ແມ່ນໜ້າ​ທີ່ແກ້​ໄຂ​ໜີ້​ເສຍ​ແມ່ນ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ ​ແລະ ທະນາຄານ. ​ແຕ່​ວ່າ​ເພື່ອ​ແກ້​ໄຊ​ບັນຫາ​ນີ້​ໃຫ້​​ເຖິງ​ຖອງ ຂ້າພະ​ເຈົ້າສະໜັບສະໜູນ​ແຜນ​ນະ​ໂຍບາຍ​ສ້າງ​ຕັ້ງບໍລິສັດ​ຊື້​ຂາຍ​ໜີ້ແຫ່ງ​ຊາດ​ຂອງ​ລັດຖະບານ​ເພື່ອແກ້​ໄຂ​ໜີ້​ເສຍ​. ​ເພື່ອ​ແກ້​ໄຂ​ສິນຄ້າ​ຄ້າງ​ສາງ, ຕ້ອງ​ຊຸກຍູ້​ການ​ໃຊ້​ສອຍ, ຕ້ອງ​ຈຳໜ່າຍ​ພັນທະບັດ​ກິດຈະກຳ​ໃຫ້​ບາງ​ກິດຈະກຳ​ກໍ່ສ້າງ​ຈຸດ​ສຸມຂອງ​ຊາດ, ຊີວິດ​ຂອງ​ປະຊາຊົນ, ​ໃຫ້​ບຸລິມະສິດ​ແກ້​ຄົມມະນາຄົມ​ຂົນ​ສົ່ງ….

ຂ່າວ/ບົດ​ອື່ນ