ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍປ້ອງກັນ, ຫລຸດຜ່ອນໄພທຳມະຊາດ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບກົດໝາຍປ້ອງກັນ, ຫລຸດຜ່ອນໄພທຳມະຊາດ - ảnh 1
ສະມາຊິກສະພາແຫ່ງຊາດປຶກສາຫາລືກ່ຽວກັບບາງຮ່າງກົດໝາຍ
ພາບ:internet


(vovworld) -  ຕອນບ່າຍວັນທີ 8/11, ສະມາຊິກສະພາແຫ່ງຊາດ​ໄດ້ ປຶກສາ​ຫາລື​ຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຫລີກລ້ຽງ ແລະ ຫລຸດຜ່ອນໄພທຳມະຊາດ, ຮ່າງກົດໝາຍວິທະຍາສາດ ແລະ ເຕັກໂນໂລຊີ ສະບັບປັບປຸງ.   ບັນດາ​ຄຳ​ເຫັນ​ຂອງ ສສຊ ​ເນັ້ນ​ຫນັກ​ວ່າ: ຮ່າງກົດໝາຍ ວ່າດ້ວຍການປ້ອງກັນ, ຫລີກລ້ຽງ ແລະ ຫລຸດຜ່ອນໄພທຳມະຊາດ ຕ້ອງ​​ໃກ້ຊິດຕິດ​ແທດ​ ​ແລະ ສອດຄ່ອງ​ກັບ​ສົນທິສັນຍາ​ແມ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ​ເພື່ອ​ຫລຸດຜ່ອນ​ຄວາມ​ເສຍ​ຫາຍ​ໂດຍ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ, ບັນດາ ສສຊ ຖື​ວ່າ ຕ້ອງ​ມີ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ຂ້ຽວຂາດ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ, ສັງຄົມ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ​ສສຊ ​ແຂວງ Thai Binh ແລ້ວ, ນອກຈາກ​ການ​ກະກຽມ​ແຜນການ​ຮັບ​ມື​ກັບ​ການ​ປ່ຽ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ໄພ​ທຳ​ມະ​ຊາດ, ຕ້ອງ​ມີ​ກຳລັງ​ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຊຳນານ​ງານ. ທ່ານ​ຮອງ​ນາຍົກລັດຖະມົນຕີ Hoang Trung Hai ກ່າວ​ວ່າ:

        “​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ວາງ​ຂໍ້​ກຳນົດ​ສ້າງ​ກຳລັງ ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ຊຳນານ​ງານ, ປະກອບ​ພາຫະນະອຸປະກອນຢ່າງ​ຄົບ​ຖ້ວນ. ທ່ານ​ນາຍົກລັດຖະມົນຕີກໍ​ໄດ້​ວາງ​ຂໍ້​ກຳນົດ​ສ້າງ​ຕັ້ງ​ບັນດາ​ພະ​ແນ​ກປ້ອງ​ກັນ ​ແລະ ຕ້ານ​         ອັກ​ຄີ​ໄພ​ຢູ່​ທ້ອງ​ຖິ່ນ ທັງ​ຮັບຜິດຊອບ​ຫນ້າ​ທີ່​ກູ້​ໄພ​ກູ້​ຊີບ.”

ກ່ອນຫນ້ານັ້ນ, ຕອນ​ເຊົ້າ​ວັນດຽວກັນ ໂດຍສືບ​ຕໍ່​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ບັນດາ​ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ໂຄງການ​​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ປີ 2013. ການ​ຄຸ້ມ​ຄອງ​ທີ່​ດິນ, ການ​ລົງທຶນ​ຂອງ​ລັດ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ສັງ​ລວມຄືນ​ໃຫມ່, ການ​ຄຸ້ມ​ຄອງ​​ແຫ​ລ່ງທຶນ​ດ້ວຍ​ພັນທະບັດ​ຂອງ​ລັດຖະບານ, ທຶນ ODA, ບັນດາ​ກິດຈະກຳ​ຈຸດ​ສຸມ​ແຫ່ງ​ຊາດ ​ແມ່ນ​ບັນດາ​ຂົງ​ເຂດ​​ໂດຍ​ແມ່ນ​ສະພາ​ແຫ່ງ​ຊາດ​ສຸມ​ໃສ່​ຕິດຕາມ​ກວດກາ​ໃນ​ປີ 2013. ກ່ຽວກັບ​ການ​ຕິດຕາມ​ກວດກາ, ບັນດາ ສສຊ ຖື​ວ່າ:​ຕ້ອງ​ຖື​ເປັນ​ສຳຄັນ, ຕີ​ລາຄາ​ຢ່າງ​ຈະ​ແຈ້ງ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ກົດໝາຍ, ພິ​ເສດ​ແມ່ນ​ການ​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ, ປະຕິບັດ​ກົດໝາຍ.

“​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ບັນດາອົງການໄດ້ຮັບການເລືອກຕັ້ງຈາກປະຊາຊົນ​ເວົ້າ​ລວມ ​ແລະ ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ, ຂ້າພະ​ເຈົ້າ​ສະ​ເຫ​ນີຕ້ອງ​ເອົາ​ໃຈ​ໃສ່​ຕິດຕາມ​ກວດກາ​ຢູ່​ຂັ້ນ​ຮາກ​ຖານ ​ແລະ ຕ້ອງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະຊາຊົນ. ​ກ່ຽວ​ກັບ​ຂົ​ງ​ເຂດ​ຕິດຕາມ​ກວດກາ, ຂ້າພະ​ເຈົ້າ​ຄິດ​ວ່າ ຄວນ​ມີ​ການ​ດຸນ​ດຽງ​ລະຫວ່າງ​ບັນດາ​ຂົງ​ເຂດ. ​ແລະ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ນະ​ໂຍບາຍ​ກົດໝາຍກ່ຽວ​ກັບ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ​ປ່າ ​ແລະ ​ການ​ສຶກສາ.”

 

ຂ່າວ/ບົດ​ອື່ນ