ສະພາແຫ່ງຊາດປຶກສາຫາລືກ່ຽວກັບການລົງມະຕິ ແລະ ປ່ອນບັດໄວ້ວາງໃຈ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບການລົງມະຕິ ແລະ ປ່ອນບັດໄວ້ວາງໃຈ - ảnh 1
ສະພາແຫ່ງຊາດປຶກສາຫາລືກ່ຽວກັບການລົງມະຕິ ແລະ ປ່ອນບັດໄວ້ວາງໃຈ

(vovworld) - ຕອນ​ບ່າຍວັນ​ທີ 10/11, ສະມາ​ຊິກ​ສະພາ​ແຫ່ງ​ຊາດ (ສສຊ) ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ​ຊຸດ​ທີ 13, ​​ໄດ້​ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2013, ຕາມ​ນັ້ນ​ແລ້ວ ລາຍ​ຮັບ​ງົບປະມານ​ແມ່ນ 816.000 ຕື້​ດົ່ງ, ລາຍ​ຈ່າຍ​ງົບປະມານ​ແມ່ນ 978.000 ຕື້​ດົ່ງ. ລາຍ​ຈ່າຍ​ງົບປະມານ​ເກີນ​ດຸ່ນ​ແມ່ນ 162.000 ຕື້​ດົ່ງ. ​ເງິນ​ລົງທຶນ​ໃຫ້​ແກ່​ການ​ພັດທະນາ​ແມ່ນ 175.000 ຕື້​ດົ່ງ, ພັນທະບັດ​ລັດຖະບານ​ຈຳໜ່າຍ​ແມ່ນ​ບໍ່​ເກີນ 60.000 ຕື້​ດົ່ງ. ຫຼັງ​ຈາກ​ນັ້ນບັນດາ ສສຊ ​ໄດ້ປຶກສາ​ຫາລື​ກ່ຽວ​ກັບ​ການ​ສະຫຼຸບ, ຕີ​ລາຄາ​ຜົນ​ແຫ່ງ​ການ​ປະຕິບັດທົດ​ລອງ ​ຂໍ້​ກຳນົດກ່ຽວ​ກັບຜູ້​ທີ່​ໄດ້​ຮັບແຕ່ງ​ຕັ້ງ​ຈາກ​ລັດ​ໃຫ້​ປະຕິບັດ​ໜ້າ​ທີ່​ຕ່າງໆ​. ທ່ານ Bui Van Xuyen, ສສຊ ​ແຂວງ ທ້າຍ​ບິ່ງ, ຍົກ​ຄຳ​ເຫັນ​ວ່າ:

 “ຂ້າ​ພະ​​ເຈົ້າສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ ອະນຸຍາດ​​ໃຫ້ສືບ​ຕໍ່​ແກ່ຍາວ​ການ​ປະຕິບັດທົດ​ລອງ​ກ່ຽວ​ກັບ​ຜູ້​ທີ່​ໄດ້​ຮັບ​ແຕ່ງ​ຕັ້ງ​ຈາກ​ລັດໃຫ້​ປະຕິບັດ​ໜ້າ​ທີ່​ຕ່າງໆ ​ຕື່ມອີກ 3 ປີ, ຮອດ​ວັນ​ທີ 31/12/2015 ​ໃນ​ບໍລິ​ເວນ​ນະຄອນ​ໂຮ່ຈິ​ມິນ ​ແລະ ​ເປີດ​ກວ້າງ​ຕື່ມ​ອີກ​ຢູ່ບາງ​​ແຂວງ, ນະຄອນ​ທີ່​ຂຶ້ນ​ກັບ​ສູນ​ກາງ ​ເພື່ອ​ມີ​ພື້ນຖານ​ຕີ​ລາຄາຢ່າງຮອບດ້ານ​ວຽກ​ງານ​ນີ້​ໃຫ້​ດີກ​ວ່າ. ​ເພື່ອ​ປະຕິບັດ​ທົດ​ລອງກ່ຽວ​ກັບ​ຜູ້​ທີ່​ໄດ້​ຮັບ​ແຕ່ງ​ຕັ້ງ​ຈາກ​ລັດໃຫ້​ປະຕິບັດ​ໜ້າ​ທີ່​ຕ່າງໆ ໃນ​ໄລຍະ​ຈະ​ມາ​ເຖິງໃຫ້​ມີ​ປະສິດທິ​ຜົນ​, ຂ້າພະ​ເຈົ້າ​ສະ​ເໜີ​ວ່າ ຕ້ອງ​ມີ​ຂໍ້​ກຳນົດ​ຢ່າງ​​ເຄັ່ງ​ຄັດ​ກວ່າ, ຮັບປະກັນ​​ດ້ານ​ນິຕິ​ກຳໃນ​ຫ້ອງ​ການ​ຜູ້​ທີ່​ໄດ້​ຮັບ​ແຕ່ງ​ຕັ້ງ​ຈາກ​ລັດ ​ໃຫ້​ປະຕິບັດ​ໜ້າ​ທີ່​ຕ່າງໆພ້ອມ​ກັນ​ນັ້ນ​ກໍ​ຕ້ອງ​ເໝາະ​ສົມ​ກັບ​ຫ້ອງການທະບຽນ​ສານ, ຫ້ອງການ​ທະນາຍຄວາມ​ກໍຄື​ບັນດາ​ອົງການ​ຈັດ​ຕັ້ງ​ດ້ານ​ນິຕິ​ກຳອື່ນໆ​ທີ່ພວມ​ເຄື່ອນ​ໄຫວ”.

ຕອນ​ເຊົ້າ​ວັນ​ທີ 10/11, ບັນດາ ສສຊ ໄດ້​ປຶກສາ​ຫາລືກ່ຽວ​ກັບຮ່າງ​ມະຕິ​ກ່ຽວ​ກັບ​ການ​ລົງມະຕິ ​ແລະ ປ່ອນ​ບັດ​ໄວ້​ວາງ​ໃຈ​ສຳ​ຫຼັບ​ຜູ້​ດຳລົງ​ຕຳ​ແໜ່​ງ ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​ເລືອກ​ຕັ້ງ ຫຼື​ໃຫ້​ສັດຕະຍາບັນ. ກ່ຽວ​ກັບ​ສິດ​ອຳນາດ ​ແລະ ​ເປົ້າ​ໝາຍ​​ລົງມະຕິ. ບັນດາ​ຄຳ​ເຫັນ​ຖື​ວ່າ, ກ່ອນ​ອື່ນ​ໝົດ​ຄວນ​ສຸມ​ໃສ່​ລົງມະຕິ​ສຳ​ຫຼັບ​ບາງ​ທ່ານ​ທີ່​ດຳລົງ​ຕຳ​ແໜ່​ງສຳຄັນ​ໃນ​ກົງຈັກ​ລັດ. ຫຼັງ​ຈາກ​ນັ້ນ​ຈະ​ສະຫຼຸບ, ຖອດ​ຖອນ​ບົດຮຽນ, ​​ແລະ​ເປີດ​ກວ້າງ​ເປົ້າ​ໝາຍ​ລົງມະຕິ, ປ່ອນ​ບັດ​ໄວ້​ວາງ​ໃຈ. ທ່ານ​ນາງ Nguyen Thi Kha, ສສຊ ​ແຂວງ Tra Vinh, ປະກອບ​ຄຳ​ເຫັນ​ວ່າ:

“​ເລື່ອງລົງມະຕິ, ປ່ອນ​ບັດ​ໄວ້​ວາງ​ໃຈ ​ແມ່ນ​ພື້ນຖານ​ໃຫ້​ແກ່​ການ​ຕີ​ລາຄາ​ພະນັກງານ, ວາງ​ແຜນ, ​ແຕ່ງ​ຕັ້ງ​ພະນັກງານ. ຜົນ​ຂອງ​ການລົງມະຕິ, ປ່ອນ​ບັດ​ໄວ້​ວາງ​ໃຈ ຕ້ອງ​ເປີດ​ເຜີຍ, ​ໂປ່​ງ​ໃສ. ​ເລື່ອງລົງມະຕິ, ປ່ອນ​ບັດ​ໄວ້​ວາງ​ໃຈ ​ແມ່ນ​ວຽກ​ງານ​ປົກກະຕິ ​ແລະ ຄວນ​ປະຕິບັດ​ໃຫ້​ຖືກຕ້ອງ 3 ຢ່າງ, ນັ້ນ​ແມ່ນ​ຖືກ​ຕ້ອງ​ກ່ຽວ​ກັບເປົ້າ​ໝາຍ, ​ຂັ້ນ​ຕອນ,  ​ແລະ ຄຸນ​ນະພາ​ບ. ​ເຮັດ​ໄດ້​ຄື​ແນວ​ນັ້ນ ຜູ້​ຕາງໜ້າ​​ໃຫ້​ປະຊາຊົນ​ຈຶ່ງ​ເຮັດ​ຫຼ້ອນ​ໜ້າ​ທີ່​ຂອງ​ຕົນ“.

ຂ່າວ/ບົດ​ອື່ນ