ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການພັກຢູ່ອາໄສ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການພັກຢູ່ອາໄສ - ảnh 1
ສະພາແຫ່ງຊາດໄດ້ປຶກສາຫາລືທີ່ຫໍປະຊຸມ
(ພາບ: VGP/Nhật Bắc)

(vovworld) - ​ໂດຍ​ສືບ​ຕໍ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ 5 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 8/6, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ​ໄດ້​ເຮັດ​ວຽກ​ຢູ່​ຫໍ​ປະຊຸມ ຮັບ​ຟັງ​ໜັງສື​ຍືນ​ສະ​ເໜີ ​ແລະ ບົດ​ລາຍ​ງານ​ກວດກາ​ຮ່າງ​ກົດໝາຍສະບັບ ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຍ້ອງຍໍ, ຊົມ​ເຊີຍ, ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການພັກຢູ່​ອາ​ໄສ. ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ພັກຢູ່​ອາ​ໄສ ກຳນົດ​ວ່າ: ນອກຈາກ​ເລື່ອງ​ມີ​ບ່ອນຢູ່​ຖືກ​ຕາມ​ກົດໝາຍ, ພົນລະ​ເມືອງ​ຍັງຕ້ອງ​ຕອບ​ສະໜອງ​ເງື່ອນ​ໄຂ​ກ່ຽວ​ກັບ​ເວລາ ພັກ​ຢູ່​ຊົ່ວຄາວຢ່າງ​ໜ້ອຍ​ສຸດ​ແມ່ນ 1 ປີ ຖ້າ​ຫາກ​ຈົດ​ທະບຽບຢູ່ອາ​ໄສ​ໃນ​ເມືອງ, ​ເທດສະບານ​ເມືອງ​ຂຶ້ນ​ກັບ​ສູນ​ກາງ, ຫຼື 2 ປີ​ຖ້າ​ຫາກ​ຈົດ​ທະບຽນ​ຢູ່ອາ​ໄສ​ໃນ​ບັນດາ​ເມືອງ​​ໃຈກາງຂອງ​ບັນດານະຄອນ​ດັ່ງກ່າວ. ທ່ານ​ນາງ ຫງວຽນ​ທິກິມທູ໋ຍ, ສສຊ ນະຄອນ ດ່າ​ໜັງ ປະກອບ​ຄຳ​ເຫັນ​ວ່າ:

“​ໃນ​ເງື່ອນ​ໄຂປະຈຸ​ບັນ, ຄວນ​ມີ​ບັນດາ​ຂໍ້​ກຳນົດ​ຢ່າງ​ແໜ້ນ​ແຟ້ນກ່ວາ​ກ່ຽວ​ກັບ​ເງື່ອນ​ໄຂ​ອາ​ໄສ​ຢູ່​ບັນດາ​ນະຄອນຂຶ້ນ​ກັບ​ສູນ​ກາງ​ເມື່ອ​ທຽບ​ໃສ່​ບັນດາ​ທ້ອງ​ຖິ່ນ​ອື່ນໆ. ຍ້ອນ​ວ່າ, ຊຸມ​ປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ກຳລັງ​ດັນຂອງ​ວິວັດ​ການ​ຫັນ​ເປັນ​ຕົວ​ເມືອງ ວຽກ​ເຮັດ​ງານ​ທຳ​ຂອງ​ປະຊາຊົນ​ເຂດຊົນນະບົດ​ຖືກ​ຮັດ​ແຄບ, ລະດັບ​ຄອງ​ຊີບ​ຕຳ່​ດັ່ງ​ນັ້ນ​ໄດ້​ຍ້າຍ​ໄປ​ເຖິງບັນດາ​ຕົວ​ເມືອງ​ໃຫຍ່, ​ເຮັດ​ໃຫ້​ຂາດ​ຄວາມ​ດຸ່ນດຽງ​ກ່ຽວ​ກັບ​ການ​ຈັດ​ແບ່ງ​ພົນລະ​ເມືອງ, ຮັບປະກັນ​ຊີວິດ​ສັງຄົມ ​ແລະ ກໍ່​ໃຫ້​ເກີດ​ຜົນ​ພາຍຫລັງ​ອື່ນ​ໆ”

    ຕອນ​ບ່າຍ​ວັນ​ດຽວ​ກັນ, ສະພາ​ແຫ່ງ​ຊາດ​ໄດ້​ປຶກສາ​ຫາລື​ຢູ່​ຕາມ​ໜ່ວຍ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ຍ້ອງຍໍ, ຊົມ​ເຊີຍ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວຽກ​ເຮັດ​ງານ​ທຳ.

ຂ່າວ/ບົດ​ອື່ນ