ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສິນໃນນ້ຳ

(VOVWORLD) - ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມ ສະໄໝສາມັນເທື່ອທີ 4, ຕອນບ່າຍວັນທີ 27 ຕຸລາ, ສະພາແຫ່ງຊາດປຶກສາຫາລືຮ່າງກົດໝາຍວ່າດ້ວຍສິນໃນນ້ຳ (ສະບັບປັບປຸງ).
ສະພາແຫ່ງຊາດປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍສິນໃນນ້ຳ - ảnh 1 ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມ ສະໄໝສາມັນເທື່ອທີ 4

ປຶກສາຫາລືທີ່ຫໍປະຊຸມກ່ຽວກັບນະໂຍບາຍຂອງລັດໃນການເຄື່ອນໄຫວສິນໃນນ້ຳ, ບັນດາ ສສຊ ສະເໜີເພີ່ມເຕີມຂໍ້ກຳນົດບັນດານະໂຍບາຍກ່ຽວກັບພາສີພິເສດ, ທີ່ດິນ, ການສິນເຊື່ອ, ການລົງທຶນໃຫ້ລະບົບຕິດຕາມກວດກາ, ກ່າວເຕືອນໂລກພະຍາດໃນການລ້ຽງປູກສິນໃນນ້ຳ, ການລົງທຶນຕໍ່ກຳ່ປັ່ນເຫຼັກກ້າມີ່ມີກຳລັງແຮງໃຫຍ່, ປະກອບອຸປະກອນທີ່ທັນສະໄໝໃຫ້ແກ່ການປະມົງຢູ່ໄກຜັ່ງ… ບັນດາ ສສຊ ກໍ່ສະເໜີກວດກາຄືນບັນດາຂໍ້ກຳນົດກ່ຽວກັບມາດຖານໃຫ້ແກ່ເຂດອະນຸລັກຮັກສາທະເລ; ກຳນົດຄວາມຮັບຜິດຊອບໜ້າທີ່ຄຸ້ມຄອງລັດກ່ຽວກັບການອະນຸລັກຮັກສາທະເລໃຫ້ເໝາະສົມກັບກົດໝາຍວ່າດ້ວຍຊີວະນາໆພັນ.

        ຍັງມີບັນຫາໜຶ່ງອີກທີ່ ສສຊ ຫຼາຍທ່ານມີຄວາມສົນໃຈນັ້ນແມ່ນ ການສ້າງຕັ້ງອົງການກວດກາການປະມົງ. ຕາມ ສສຊ ບາງທ່ານແລ້ວ ຄວນສ້າງຕັ້ງອົງການກວດກາການປະມົງທັງຢູ່ຂັ້ນສູນກາງ ແລະ ຢູ່ບາງແຂວງ, ນະຄອນແຄມທະເລທີ່ມີລັກສະນະພິເສດ ຍ້ອນລັກສະນະຈຳເປັນຂອງການເຄື່ອນໄຫວຄຸ້ມຄອງ, ຂຸດຄົ້ນສິນໃນນ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ