ສະພາແຫ່ງຊາດປຶກສາຫາລືກ່ຽວກັບເສດຖະກິດ-ສັງຄົມ

ສະພາແຫ່ງຊາດປຶກສາຫາລືກ່ຽວກັບເສດຖະກິດ-ສັງຄົມ  - ảnh 1

ທ່ານ Tran Du Lich ສະມາຊິກ​ສະພາ​ແຫ່ງ​ຊາດນະຄອນ​ໂຮ່ຈິ​ມິນ
(ພາບ:economy.vn)

(vovworld)- ວັນ​ທີ 30/10, ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ​ເຂົ້າຮ່ວມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​ໄດ້ປຶກສາ​ຫາລື​ຢູ່​ຫໍ​ປະຊຸມ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ ເສດຖະກິດ-​ສັງຄົມປີ 2012, ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມປີ 2013.    ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ-​ສັງຄົມປີ 2012, ບັນດາ​ຄຳ​ເຫັນ​ໄດ້​​ເຫັນດີ​ເປັນ​ເອກ​ະພາບວ່າ: ​ນະ​ໂຍບາຍ​ບໍລິຫານ​ເສດຖະກິດ​ມະຫາ​ພາກ​ຂອງ​ລັດຖະ ບານ​ໃນ​ປະຈຸ​ບັນພວມປະຕິບັດ​ຢ່າງຖືກ​ທິດ, ບັນລຸ​ໄດ້ 10 ​ໃນ​ຈຳນວນ 15 ຄາດໝາຍ​ທີ່ໄດ້​ວາງ​ອອກ.. ​ໃນ 9 ​ເດື​ອນຜ່ານ​ມາ, ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການຮັກສາ​​ໄວ້​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ, ໄຟ​ເງິນ​ເຟີ້​ໄດ້​ຮັບການ​ຄວບ​ຄຸ​ມ​ໃນ​ເບື້ອງ​ຕົ້ນ​ແລ້ວ​ທ່ານ Tran Du Lich ສະມາຊິກ​ສະພາ​ແຫ່ງ​ຊາດນະຄອນ​ໂຮ່ຈິ​ມິນ ​ໃຫ້​ຄຳ​ເຫັນ​ວ່າ:

   “ກ່ຽວກັບແຜນການປີ 2013, ບັນດາຄາດໝາຍ​​ໃຫ່ຍຊື່ງລັດຖະບານຍົກອອກມາໄດ້ຮັບການຊັ່ງຊາຢ່າງລະອຽດ ທີ່ສຸດ. ຍົກຕົວຢ່າງຄື​: ຄາດຄະເນ GDP ປີ 2013 ​ບັນລຸ 5,5% ​ແມ່ນອາດຈະປະຕິບັດໄດ້ ຖ້າຫາກພວກເຮົາມີບັນດາມາດຕະການທີ່ແຮງກ່ວາເພື່ອຟື້ນຕົວພື້ນຖານ ເສດຖະກິດ. ບໍ່ຈຳເປັນຕ້ອງມີການລົງທຶນໃໝ່, ພຽງແຕ່ຂຸດຄົ້ນສິ່ງທີ່ມີຢູ່ນັ້ນ, ລະດັບເຕີບໂຕ GDP ກໍ່ຈະບັນລຸໄດ້ 7% ​ແລ້ວ“.

  ບັນດາ​ຄຳ​ເຫັນ​ໄດ້​ເນັ້ນໜັກ​ວ່າ: ໜ້າ​ທີ່​ອັນ​ດັບ​ໜຶ່ງ​ໃນ​ປະຈຸ​ບັນ​ແມ່ນ: ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​ແກ້​ໄຂ​ໜີ້​ເສຍ, ພ້ອມ​ທັງ​ສ້າງ​ໂຄງ​ປະກອບ​ພື້ນຖານເສດຖະກິດ​ຄືນ​ໃໝ່ດ້ວຍ​ເລື່ອງ​ສ້າງຕັ້ງຄະນະ​ ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່​ໂດຍ​ທ່ານ​ ນາຍົກລັດຖະມົນຕີ ນຳໜ້າ. ທ່ານ Le Huu Duc ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ Khanh Hoa​ໃຫ້​ຄຳ​ເຫັນ​ວ່າ:

   “ຂ້າພະເຈົ້າເຫັນດີກັບທັດສະນະຂອງກະຊວງການເງິນແມ່ນໜ້າ ທີ່ແກ້ໄຂໜີ້ເສຍແມ່ນຂອງບັນດາອົງການສິນເຊື່ອແລະ ທະນາຄານ. ​ແຕ່ວ່າເພື່ອແກ້ໄຊບັນຫານີ້ໃຫ້​​ເຖິງຖອງ ຂ້າພະເຈົ້າສະໜັບສະໜູນແຜນນະໂຍບາຍສ້າງຕັ້ງບໍລິສັດຊື້ຂາຍໜີ້ແຫ່ງຊາດ ຂອງລັດຖະບານເພື່ອແກ້ໄຂໜີ້ເສຍ​. ​ເພື່ອແກ້ໄຂສິນຄ້າຄ້າງສາງ, ຕ້ອງຊຸກຍູ້ການໃຊ້ສອຍ, ຕ້ອງຈຳໜ່າຍພັນທະບັດກິດຈະກຳໃຫ້ບາງກິດຈະກຳກໍ່ສ້າງຈຸດສຸມຂອງຊາດ, ຊີວິດຂອງປະຊາຊົນ, ​ໃຫ້ບຸລິມະສິດແກ້ຄົມມະນາຄົມຂົນສົ່ງ….

    ​ແລະ ກໍ​ໃນ​ວັນ​ທີ 30/10, ສະມາຊິກລັດຖະບານບາງທ່ານຍັງ​ອະພິປາຍ, ​ໃຫ້​ຄຳ​ຕອບ​ກ່ຽວ​ກັບ​ບັນດາ​ບັນຫາ​ຊຶ່ງບັນດາ ສ.ສ.ຊ ແລະ ຜູ້ມີສິດເລືອຕັ້ງມີຄວາມ ສົນໃຈ. ທ່ານນາງ Nguyen Thi Kim Tien ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ​ໃຫ້​ຮູ້​ວ່າ: ຂະ​ແໜງ​ສາທາລະນະ​ສຸກ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເຖິງ​ວຽກ​ງານ​ສຸຂະ​ພິບານ, ​ເປັນ​ຕົ້ນ​ແມ່ນ​ປະກັນ​ສຸຂະພາບ. ທ່ານນາງ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ Nguyen Thi Kim Tien ກ່າວ​ວ່າ : 

   “ສຳລັບບັນຫາປະກັນ​ສຸຂະພາບທົ່ວ​ປວງ​ຊົນ, ນີ້​ແມ່ນ​ຄວາມຫວັງ, ​ແຕ່​ກໍ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ສຳລັບ​ບັນດາ​ປະ​ເທດ​ພວມ​ພັດທະນາ. ຫວຽດນາມ​ພວມ​ນຳ​ໜ້າ​ພ້ອມ​ກັບ​ທະນາຄານ​ໂລກ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ພະຍາຍາມ​ເຖິງ​ປີ 2020 ຈະ​ບັນລຸ​ຢ່າງ​ໜ້ອຍ 80% ລື​ນກາຍ​ລະດັບ​ປະຈຸ​ບັນ ​ແມ່ນ 68%. ພວກ​ຂ້າພະ​ເຈົ້າ​ໃຫ້​ບຸລິມະສິດ​ແກ່​ເປົ້າ​ໝາຍ​ຜູ້​ທຸກ​ຍາກ, ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ​ເດັກນ້ອຍ​ໄວ​ຕ່ຳ​ກ່ວາ 6 ປີ, ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ ​ແລະ ອື່ນໆ ” .

ຂ່າວ/ບົດ​ອື່ນ